ຂ່າວສານ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: REUTERS)

ຕາມແຈ້ງການທີ່ໄດ້ເອົາລົງໃນເວັບໄຊຂອງກະຊວງການເງິນ ອາເມລິກາ, ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ. ວໍຊິງຕັນ ໃຫ້ຮູ້ວ່າ ບັນດາມາດຕະການນີ້ ແນໃສ່ເຄືອຂ່າຍຂົນສົ່ງທີ່ຖືກກ່າວຫາວ່າ ໜູນຊ່ວຍ ເຕເຮຣານ ຫຼີກລ້ຽງຄຳສັ່ງລົງໂທດ, ພິເສດແມ່ນໃນການສົ່ງອອກນ້ຳມັນດິບ.

ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ເພີ່ມກຳລັງກົດດັນແບບເປີດເຜີຍກັບ ອີຣານ, ພ້ອມທັງບໍ່ເວັ້ນເສຍກໍລະນີນຳໃຊ້ກຳລັງແຮງດ້ານການທະຫານ ຖ້າສະພາບການ ອີຣານ ສືບຕໍ່ປິ່ນຂັ້ນໄດ. ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກັບມາແຕ່ເວທີປາໄສເສດຖະກິດໂລກ ຢູ່ Davos (ສະວິດ), ທ່ານ Donald Trump ຖະແຫຼງວ່າ ອາເມລິກາ ໄດ້ຈັດສົ່ງກ່ຳປັ່ນສູ້ຮົບເດີນທະເລມຸ່ງໜ້າສູ່ປະເທດ ອີຣານ ເພື່ອກຽມພ້ອມໃຫ້ແກ່ກໍລະນີຊົ່ວຮ້າຍທີ່ສຸດ.


top