ຂ່າວສານ

ອາ​ເມ​ລິ​ກາ​​ ຊ່ວຍ​ເຫຼືອອຸ​ປະ​ກອນ​​ການ​ແພດ​ໃຫ້​ແກ່​ ລາວ ເພື່​ອ​ຮັບ​ມື​ກັບ​ເຊື້ອ​ພະ​ຍາດ nCoV

ວັນທີ 10 ກຸມພາ, ລັດຖະບານ ອາເມລິກາ ໃຫ້ຮູ້ວ່າ ໄດ້ສະໜອງບັນດາອຸປະກອນການແພດ ໃຫ້ແກ່ ລາວ ໃນການຊ່ວຍເຫຼືອຄັ້ງທຳອິດຂອງ ອາເມລິກາ ພາຍຫຼັງ ວໍຊິງຕັນ ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍ 100 ລ້ານ USD ໃຫ້ແກ່ບັນດາປະເທດທີ່ປ້ອງກັນ ແລະ ຕ້ານເຊື້ອພະຍາດ 2019 nCoV.
 
ແຂກທ່ອງທ່ຽວໃສ່ຜ້າອັດປາກ ຢູ່ຮົ່ງກົງ, ປະເທດຈີນ (ພາກ: TTXVN)

ກ່ອນໜ້ານັ້ນ, ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດວ່າ ລັດຖະບານປະເທດນີ້ຈະຊ່ວຍເຫຼືອ 100 ລ້ານ USD ໃຫ້ແກ່ຈີນ ແລະ ບັນດາປະເທດທີ່ຖືກຜົນສະທ້ອນຈາກເຊື້ອພະຍາດດັ່ງກ່າວ.
(ແຫຼ່ງຄັດຈາກ VOV)



top