ຂ່າວສານ

ອາ​ຣັບ​ບິ ຊາ​ອຸ​ດິ ແລະ ອາ​ເມ​ລິ​ກາ ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກ່ຽວ​ກັບ AI

ຂໍ້ຕົກລົງສະບັບນີ້ຂຸດຄົ້ນທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມສາດ, ພະລັງງານ ແລະ ທີ່ດິນຂອງ ອາຣັບບິ ຊາອຸດິ ເພື່ອແນໃສ່ພັດທະນາກຸ່ມເຕັກໂນໂລຢີ AI, ຮັບໃຊ້ຄວາມຕ້ອງການການບໍລິການ AI ແລະ Cloud Coumputing ພາຍໃນປະເທດ, ພາກພື້ນ ແລະ ທົ່ວໂລກ.
ເຈົ້າຊາຍ Faisal bin Farhan ລັດຖະມົນຕີການຕ່າງປະເທດ ອາຣັບບິ ຊາອຸດິ ແລະ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: REUTERS/Ken Cedeno)

ວັນທີ 19 ພະຈິກ, ພາຍໃຕ້ການເປັນປະທານຂອງ ເຈົ້າຊາຍ Faisal bin Farhan  ລັດຖະມົນຕີການຕ່າງປະເທດ ອາຣັບບິ ຊາອຸດິ ແລະ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ,  ອາຣັບບິ ຊາອຸດິ ແລະ ອາເມລິກາ ໄດ້ເຊັ່ນຂໍ້ຕົກລົງທີ່ມີຊື່ວ່າ “ການພົວພັນຄູ່ຮ່ວມມືຍຸດທະສາດ ກ່ຽວກັບປັນຍາປະດິດ” (AI), ເຊິ່ງໄດ້ສ້າງບາດກ້າວທີ່ກາວໜ້າໃນປະຫວັດສາດໃນການພົວພັນສອງຝ່າຍ. ຂໍ້ຕົກລົງໄດ້ປະກາດຢູ່ນອກການຢ້ຽມຢາມ ອາເມລິກາ ທາງລັດຖະກິດ ຂອງມົງກຸດລາຊະກຸມມານ Mohammed bin Salman.

ຂໍ້ຕົກລົງສະບັບນີ້ຂຸດຄົ້ນທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມສາດ, ພະລັງງານ ແລະ ທີ່ດິນຂອງ ອາຣັບບິ ຊາອຸດິ ເພື່ອແນໃສ່ພັດທະນາກຸ່ມເຕັກໂນໂລຢີ AI, ຮັບໃຊ້ຄວາມຕ້ອງການການບໍລິການ AI ແລະ Cloud Coumputing ພາຍໃນປະເທດ, ພາກພື້ນ ແລະ ທົ່ວໂລກ. ຂໍ້ຕົກລົງກໍ່ໝູນໃຊ້ລະບົບນິເວດເຕັກໂນໂລຢີອາເມລິກາ ເພື່ອສ້າງກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດໃຫ້ແກ່ທັງສອງປະເທດ. ເນື້ອໃນຂໍ້ຕົກລົງລວມມີການສະໜອງເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ, ພັດທະນາແອັບ AI, ສ້າງພື້ນຖານໂຄງລ່າງ AI ທີ່ທັນສະໄໝ, ເປີດກວ້າງການລົງທຶນທີ່ມີມູນຄ່າສູງ ແລະ ພັດທະນາກຳລັງຄວາມສາມາດຂອງປະເທດຊາດກ່ຽວກັບປັນຍາປະດິດ. ສອງຝ່າຍໄດ້ຢັ້ງຢືນຄຳໝັ້ນສັນຍາຍົກສູງປະລິມານ, ນະວັດຕະກຳ ແລະ ຜົນປະໂຫຍດດ້ານເສດຖະກິດ - ສັງຄົມ, ຜ່ານບັນດາການພົວພັນຄູ່ຮ່ວມມືຍຸດທະສາດຍາວນານ ດ້ວຍຈຸດສຸມແມ່ນຄວາມໝັ້ນຄົງດ້ານເສດຖະກິດ.


top