ຂ່າວສານ

ອາ​ທິດ​ເຮັດ​ວຽກ​ທີ 5 ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ສຸມ​ໃສ່​ວຽກ​ງານ​ສ້າງ​ກົດ​ໝາຍ

ວັນທີ 17 ພະຈິກ, ກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ກ້າວເຂົ້າສູ່ອາທິດເຮັດວຽກທີ 5, ເຊິ່ງຄາດຄະເນວ່າຈະສຸມໃສ່ວຽກງານສ້າງກົດໝາຍ.
ລັດຖະມົນຕີກະຊວງກໍ່ສ້າງນຳສະເໜີໃນວາລະປະຊຸມຂອງວັນທີ 14/11/2025 (ພາບ:TTXVN)

ສິ່ງທີ່ໜ້າສົນໃຈ, ສະພາແຫ່ງຊາດ ຫວຽດນາມ ຈະໃຊ້ເວລາທັງໝົດຂອງວັນທີ 20 ພະຈິກເພື່ອປຶກສາຫາລືກ່ຽວກັບບັນດາຮ່າງກົດໝາຍ: ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາ; ກົດໝາຍວ່າດ້ວຍການສຶກສາຊັ້ນມະຫາວິທະຍາໄລ (ສະບັບປັບປຸງ); ກົດໝາຍວ່າດ້ວຍການສຶກສາອາຊີບ (ສະບັບປັບປຸງ); ມະຕິຂອງສະພາແຫ່ງຊາດກ່ຽວກັບບັນດາກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະ ເພື່ອປະຕິບັດມະຕິສະບັບເລກທີ 71 ຂອງກົມການເມືອງເພື່ອບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງສ້າງ. ວາລະປະຊຸມດັ່ງກ່າວຈະໄດ້ຮັບການຖ່າຍທອດສົດ ຜ່ານລາຍການໂທລະພາບ ແລະ ວິທະຍຸກະຈາຍສຽງເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຕິດຕາມ.

        ໃນອາທິດເຮັດວຽກ, ສະພາແຫ່ງຊາດກໍຈະພິຈາລະນະ, ປະກອບຄຳເຫັນໃສ່ບາງໂຄງການ: ເຊັ່ນ: ກົດໝາຍວ່າດ້ວຍການສະສົມແຫ່ງຊາດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍ 10 ສະບັບທີ່ກ່ຽວຂ້ອງເຖິງການປ້ອງກັນຄວາມສະຫງົບປອດໄພ, ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ...


top