ຂ່າວສານ ອາຊຽນ 2020: ສ້າງແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ Covid – 19 26/08/2020 ຕອນບ່າຍວັນທີ 24 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານ ເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ກອງປະຊຸມປຶກສາຫາລືທາງອອນລາຍ ຂອງລັດຖະມົນຕີເສດຖະກິດ ອາຊຽນ ກັບສະພາທີ່ປຶກສາການດຳເນີນທຸລະກິດ ອາຊຽນ (ASEAN BAC) ໄດ້ດຳເນີນ ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີເສດຖະກິດ ອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ຜູ້ຕາງໜ້າຂອງສະພາທີ່ປຶກສາການດຳເນີນທຸລະກິດ ອາຊຽນ. ທ່ານ ເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: qdnd.vn) ທີ່ກອງປະຊຸມ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງ ສະພາການດຳເນີນທຸລະກິດ ອາຊຽນ ແລະ ຖືວ່າ ການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງລັດຖະບານ ແລະ ປະຊາຄົມວິສາຫະກິດແມ່ນຈຳເປັນທີ່ສຸດ ບໍ່ພຽງແຕ່ໃນວຽກງານຮັບມືກັບ Covid -19 ເທົ່ານັ້ນ ຫາກຍັງເປັນການສົ່ງເສີມການເຊື່ອມໂຍງເສດຖະກິດພາຍໃນອາຊຽນກໍ່ຄືລະຫວ່າງອາຊຽນແລະບັນດາປະເທດຄູ່ຮ່ວມມື, ເປັນຕົ້ນແມ່ນຕໍ່ໜ້າບັນດາສິ່ງທ້າທາຍຂອງຍຸກສະໄໝໃໝ່. ບັນດາ ລັດຖະມົນຕີ ໄດ້ສະເໜີໃຫ້ປະຊາຄົມວິສາຫະກິດອາຊຽນ ສົມທົບກັບລັດຖະບານຢ່າງແໜ້ນແຟ້ນກວ່າເກົ່າໃນການປະຕິບັດບັນດາເປົ້າໝາຍທີ່ໄດ້ ຍົກອອກໃນແຜນການເຄື່ອນໄຫວຮ່າໂນ້ຍ ແລະ ແຜນການເຄື່ອນໄຫວໂດຍອາຊຽນ ແລະ ບັນດາຄູ່ຮ່ວມມືຕ່າງປະເທດຢູ່ນອກກຸ່ມທີ່ໄດ້ ຮັບຮອງເອົາຈາກ ຍີ່ປຸ່ນ ແລະ ບັນດາຄູ່ຮ່ວມມື ອາຊຽນ +3 ເພື່ອປ້ອງກັນ, ສະກັດກັ້ນ ແລະ ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກ ໂລກລະບາດ Covid -19 ໃນພາກພື້ນແລະ ປັບປຸງລະບົບສະໜອງໃນພາກພື້ນ, ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດໃນພາກພື້ນພາຍຫລັງໂລກລະບາດ Covid – 19. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 24 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານ ເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ກອງປະຊຸມປຶກສາຫາລືທາງອອນລາຍ ຂອງລັດຖະມົນຕີເສດຖະກິດ ອາຊຽນ ກັບສະພາທີ່ປຶກສາການດຳເນີນທຸລະກິດ ອາຊຽນ (ASEAN BAC) ໄດ້ດຳເນີນ ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີເສດຖະກິດ ອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ຜູ້ຕາງໜ້າຂອງສະພາທີ່ປຶກສາການດຳເນີນທຸລະກິດ ອາຊຽນ. ທ່ານ ເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: qdnd.vn) ທີ່ກອງປະຊຸມ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງ ສະພາການດຳເນີນທຸລະກິດ ອາຊຽນ ແລະ ຖືວ່າ ການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງລັດຖະບານ ແລະ ປະຊາຄົມວິສາຫະກິດແມ່ນຈຳເປັນທີ່ສຸດ ບໍ່ພຽງແຕ່ໃນວຽກງານຮັບມືກັບ Covid -19 ເທົ່ານັ້ນ ຫາກຍັງເປັນການສົ່ງເສີມການເຊື່ອມໂຍງເສດຖະກິດພາຍໃນອາຊຽນກໍ່ຄືລະຫວ່າງອາຊຽນແລະບັນດາປະເທດຄູ່ຮ່ວມມື, ເປັນຕົ້ນແມ່ນຕໍ່ໜ້າບັນດາສິ່ງທ້າທາຍຂອງຍຸກສະໄໝໃໝ່. ບັນດາ ລັດຖະມົນຕີ ໄດ້ສະເໜີໃຫ້ປະຊາຄົມວິສາຫະກິດອາຊຽນ ສົມທົບກັບລັດຖະບານຢ່າງແໜ້ນແຟ້ນກວ່າເກົ່າໃນການປະຕິບັດບັນດາເປົ້າໝາຍທີ່ໄດ້ ຍົກອອກໃນແຜນການເຄື່ອນໄຫວຮ່າໂນ້ຍ ແລະ ແຜນການເຄື່ອນໄຫວໂດຍອາຊຽນ ແລະ ບັນດາຄູ່ຮ່ວມມືຕ່າງປະເທດຢູ່ນອກກຸ່ມທີ່ໄດ້ ຮັບຮອງເອົາຈາກ ຍີ່ປຸ່ນ ແລະ ບັນດາຄູ່ຮ່ວມມື ອາຊຽນ +3 ເພື່ອປ້ອງກັນ, ສະກັດກັ້ນ ແລະ ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກ ໂລກລະບາດ Covid -19 ໃນພາກພື້ນແລະ ປັບປຸງລະບົບສະໜອງໃນພາກພື້ນ, ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດໃນພາກພື້ນພາຍຫລັງໂລກລະບາດ Covid – 19. (ແຫຼ່ງຄັດຈາກ VOV)