ສັບປະດາສາຍຮູບເງົາອາຊຽນ 2020 ຄາດວ່າຈະດຳເນີນໃນເດືອນມິຖຸນາຫຼືກໍລະກົດປີ 2020 ຢູ່ບັນດານະຄອນໃຫຍ່ຂອງຫວຽດນາມເປັນຕົ້ນແມ່ນຮ່າໂນ້ຍ, ດ່າໜັງແລະນະຄອນໂຮ່ຈີມິນ.
ສູນສາຍຮູບເງົາແຫ່ງຊາດ ເຊິ່ງເປັນສະຖານທີ່ຄາດວ່າຈະສາຍບັນດາຮູບເງົາໃນສັບປະດາສາຍຮູບເງົາ
(ພາບ: baoquangbinh.vn)
ສັບປະດາສາຍຮູບເງົາອາຊຽນ 2020 ຈະແນະນຳບັນດາຮູບເງົາທີ່ພົ້ນເດັ່ນຂອງບັນດາພື້ນຖານຮູບເງົາຂອງບັນດາປະເທດສະມາຊິກອາຊຽນ. ຕາມນັ້ນແລ້ວ, ແຕ່ລະປະເທດສະມາຊິກອາຊຽນຈະເລືອກເອົາຮູບເງົາ 1 ເລື່ອງເພື່ອເຂົ້າຮ່ວມສັບປະດາສາຍຮູບເງົາອາຊຽນ 2020. ບັນດາຮູບເງົາໄດ້ຮັບການຄັດເລືອກມາສາຍໃນສັບປະດາດັ່ງກ່າວຈະ ຕ້ອງສະແດງໃຫ້ເຫັນ ສີສັນວັດທະນະທຳ, ເອກະລັກສະເພາະແລະຄວາມງາມທຳມະຊາດ, ຊີວິດສັງຄົມ, ປະຊາຊົນຂອງບັນດາປະເທດສະມາຊິກອາຊຽນ.
ສັບປະດາສາຍຮູບເງົາອາຊຽນຈະປະກອບສ່ວນເຂົ້າໃນການໂຄສະນາ, ກຳນົດທິດສັງຄົມ, ຊຸກຍູ້ບັນດາຄຸນຄ່າທີ່ດີງາມຂອງຊາວຫວຽດນາມ “ຮັກແພງແຂກຄົນ, ມີຄວາມປອງດອງ, ສາຍຈິດມິດໃຈ”.
(ແຫຼ່ງຄັດຈາກ VOV)