ໃນລະຫວ່າງ ວັນທີ 2 – 3 ມິຖຸນາ, ຢູ່ສຳນັກງານ ຄະນະເລຂາ ອາຊຽນ ຕັ້ງຢູ່ຈາກາຕາ, ອິນໂດເນເຊຍ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຫວຽດນາມ, ພ້ອມທັງເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສ ການພົວພັນຄູ່ຮ່ວມມື ແມ່ຂອງ - ອາເມລິກາ (MUSP) ປີ 2026 ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ - ອາເມລິກາ ຄັ້ງທີ 38 (AUSD 38).
ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮວ່າງຢາງ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ອາຊຽນ ຫວຽດນາມ ກ່າວຄຳເຫັນ (ພາບ: TTXVN)
ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສ MUSP, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໄດ້ສະເໜີ 4 ບຸລິມະສິດຮ່ວມມື, ລວມມີ: ປັບປຸງສາຍພົວພັນສອງຝ່າຍລະຫວ່າງ ອາເມລິກາ ກັບແຕ່ລະປະເທດ ແມ່ຂອງ; ຊຸກຍູ້ການຮ່ວມສຳພັນກັນຜະລິດ, ລະບົບສະໜອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ ແລະ ຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ.
ໃນກອງປະຊຸມປຶກສາຫາລື ອາຊຽນ - ອາເມລິກາ ຄັ້ງທີ 38, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໄດ້ເນັ້ນໜັກວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອາເມລິກາ ຕ້ອງສືບຕໍ່ໄດ້ຮັບການປັບປຸງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ມຸ່ງໄປເຖິງບັນດາໝາກຜົນການຮ່ວມມືທີ່ແທ້ຈິງ. ທ່ານຮອງລັດຖະມົນຕີສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ປັນຍາປະດິດ (AI), ເສດຖະກິດດີຈີຕອນ, ພະລັງງານ, ບໍ່ແຮ່ທີ່ຈຳເປັນ, ພັດທະນາລະບົບສະໜອງແບບຍືນຍົງ, ຕ້ານອາດຊະຍາກຳຂ້າມຊາດ, ພ້ອມທັງສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ອາຊຽນ ແລະ ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.