ກຳລັງປະຕິບັດໜ້າທີ່ພິເສດເລີ່ມເຄື່ອນໄຫວແຕ່ວັນທີ 10 ກັນຍາ, ບັນດາເຈົ້າໜ້າທີ່ປ້ອງກັນຊາດ ອາຊຽນ ຈະພິຈາລະນາ ແລະ ຕິດຕາມບັນດາບັນຫາທີ່ໄດ້ຍົກອອກມາໃນກອງປະຊຸມຄັ້ງຕໍ່ໄປຢູ່ Manila, ຟີລິບປິນ ໃນປີໜ້າຢ່າງໃກ້ຊິດ.
ທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໃນກອງປະຊຸມ ACDFM-22 (ພາບ: TTXVN)
ໃນຂອບເຂດກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດ ອາຊຽນ ຄັ້ງທີ 22 (ACDFM-22), ໄດ້ດຳເນີນແຕ່ວັນທີ 10 – 12 ກັນຍາ, ຢູ່ ກົວລາ ລຳເປີ (ມາເລເຊຍ), ບັນດາເຈົ້າໜ້າທີ່ປ້ອງກັນຊາດແຖວໜ້າ ອາຊຽນ ໄດ້ເຫັນດີສ້າງຕັ້ງກຳລັງປະຕິບັດໜ້າທີ່ພິເສດລວມ ເພື່ອແກ້ໄຂບັນດາໄພນາບຂູ່ຂ້າມຊາຍແດນແບບໃໝ່ ແລະ ສະໜອງການກູ້ໄພກູ້ຊີບວິນາດຕະກຳໃນພາກພື້ນ.
ທ່ານພົນເອກ Mohz Nizam Jaffar ຫົວໜ້າຜູ້ບັນຊາການກຳລັງປ້ອງກັນຊາດ ມາເລເຊຍ, ໃຫ້ຮູ້ວ່າ ກຳລັງປະຕິບັດໜ້າທີ່ພິເສດນີ້ ຈະສວມບົດບາດໃນການແກ້ໄຂບັນດາໄພນາບຂູ່ຂ້າມຊາຍແດນແບບໃໝ່, ເຊັ່ນ: ອາດຊະຍາກຳທາງອິນເຕີເນັດ ແລະ ສໍ້ໂກງຫຼອກລ່ວງທາງອິນເຕີເນັດ, ກໍຄືປະສານງານບັນດາຄວາມມານະພະຍາຍາມກູ້ໄພກູ້ຊີບວິນາດຕະກຳໃນພາກພື້ນ. ກຳລັງປະຕິບັດໜ້າທີ່ພິເສດເລີ່ມເຄື່ອນໄຫວແຕ່ວັນທີ 10 ກັນຍາ, ບັນດາເຈົ້າໜ້າທີ່ປ້ອງກັນຊາດ ອາຊຽນ ຈະພິຈາລະນາ ແລະ ຕິດຕາມບັນດາບັນຫາທີ່ໄດ້ຍົກອອກມາໃນກອງປະຊຸມຄັ້ງຕໍ່ໄປຢູ່ Manila, ຟີລິບປິນ ໃນປີໜ້າຢ່າງໃກ້ຊິດ.