ຂ່າວສານ ອາຊຽນ ຈັດຕັ້ງກອງປະຊຸມພິເສດ ກ່ຽວກັບສະພາບການຢູ່ ມຽນມາ 28/02/2021 ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃຫ້ຮູ້ວ່າ ກຸ່ມນີ້ ຈະຈັດຕັ້ງກອງປະຊຸມພິເສດຂັ້ນລັດຖະມົນຕີການຕ່າງປະເທດ ກັບບັນດາປະເທດສະມາຊິກໃນອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ. ກຳລັງ ກອງທັບ ລາດຕະເວນ ຢູ່ Mandalay, Myanmar (ພາບ: TTXVN) ນີ້ແມ່ນກອງປະຊຸມທຳອິດຂອງການນຳກະຊວງການຕ່າງປະເທດ 10 ປະເທດ ສະມາຊິກ ອາຊຽນ ນັບແຕ່ເມື່ອ ມຽນມາ ຕົກເຂົ້າສູ່ສະພາບຈົນຕາແຈດ້ານການເມືອງ ນັບແຕ່ຕົ້ນເດືອນກຸມພາມານີ້. ຕາມບັນດາແຫຼ່ງຂ່າວແລ້ວ, ບັນດາປະເທດສະມາຊິກຂອງ ອາຊຽນ ສ່ວນຫຼາຍ ຕ່າງກໍສະແດງຄວາມພ້ອມທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ໃນນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດ ມຽນມາ Wunna Maung Lwin ກໍຈະເຂົ້າຮ່ວມ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ສະນັ້ນ, ກອງປະຊຸມດັ່ງກ່າວຈະຖືກຈັດຂຶ້ນຕາມຮູບການອອນລາຍ ແລະ ຈັດຢູ່ຫໍປະຊຸມ. ວາລະປະຊຸມດຳເນີນຢູ່ຫໍປະຊຸມຈະຖືກຈັດຂຶ້ນຢູ່ນະຄອນຫຼວງ ຈາກາກຕາ ເຊິ່ງເປັນສະຖານທີ່ຕັ້ງສຳນັກງານຂອງ ຄະນະເລຂາ ອາຊຽນ. (ແຫຼ່ງຄັດຈາກ VOV)

ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃຫ້ຮູ້ວ່າ ກຸ່ມນີ້ ຈະຈັດຕັ້ງກອງປະຊຸມພິເສດຂັ້ນລັດຖະມົນຕີການຕ່າງປະເທດ ກັບບັນດາປະເທດສະມາຊິກໃນອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ. ກຳລັງ ກອງທັບ ລາດຕະເວນ ຢູ່ Mandalay, Myanmar (ພາບ: TTXVN) ນີ້ແມ່ນກອງປະຊຸມທຳອິດຂອງການນຳກະຊວງການຕ່າງປະເທດ 10 ປະເທດ ສະມາຊິກ ອາຊຽນ ນັບແຕ່ເມື່ອ ມຽນມາ ຕົກເຂົ້າສູ່ສະພາບຈົນຕາແຈດ້ານການເມືອງ ນັບແຕ່ຕົ້ນເດືອນກຸມພາມານີ້. ຕາມບັນດາແຫຼ່ງຂ່າວແລ້ວ, ບັນດາປະເທດສະມາຊິກຂອງ ອາຊຽນ ສ່ວນຫຼາຍ ຕ່າງກໍສະແດງຄວາມພ້ອມທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ໃນນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດ ມຽນມາ Wunna Maung Lwin ກໍຈະເຂົ້າຮ່ວມ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ສະນັ້ນ, ກອງປະຊຸມດັ່ງກ່າວຈະຖືກຈັດຂຶ້ນຕາມຮູບການອອນລາຍ ແລະ ຈັດຢູ່ຫໍປະຊຸມ. ວາລະປະຊຸມດຳເນີນຢູ່ຫໍປະຊຸມຈະຖືກຈັດຂຶ້ນຢູ່ນະຄອນຫຼວງ ຈາກາກຕາ ເຊິ່ງເປັນສະຖານທີ່ຕັ້ງສຳນັກງານຂອງ ຄະນະເລຂາ ອາຊຽນ. (ແຫຼ່ງຄັດຈາກ VOV)