ບັນດາກໍ່ລະນີຖືກເກັບວີຊາຄືນແມ່ນກ່ຽວຂ້ອງເຖິງການເຄື່ອນໄຫວລະເມີດກົດໝາຍ, ມີຄວາມສ່ຽງຕໍ່ຄວາມປອດໄພສາທາລະນະ ຫຼື ການລະເມີດຂໍ້ກຳນົດການເຂົ້າເມືອງ.
ວັນທີ 20 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ອຳນາດການປົກຄອງຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ເກັບວີຊາຄືນກວ່າ 300.000 ວີຊານັບຕັ້ງແຕ່ທ່ານກັບຄືນມາທຳນຽບຂາວໃນເດືອນ ມັງກອນ 2025, ໃນຂອບເຂດບັນດາມາດຕະການຄວບຄຸມຜູ້ເຂົ້າເມືອງ ແລະ ແກ້ໄຂບັນດາກໍລະນີທີ່ເປັນຊາວຕ່າງປະເທດລະເມີດກົດໝາຍ ອາເມລິກາ.
ບັນດາກໍລະນີຖືກເກັບວີຊາຄືນແມ່ນກ່ຽວຂ້ອງເຖິງການເຄື່ອນໄຫວລະເມີດກົດໝາຍ, ມີຄວາມສ່ຽງຕໍ່ຄວາມປອດໄພສາທາລະນະ ຫຼື ການລະເມີດຂໍ້ກຳນົດການເຂົ້າເມືອງ. ໃນຈຳນວນນີ້, ມີຢ່າງໜ້ອຍ 4.000 ກໍລະນີກ່ຽວຂ້ອງເຖິງການເຄື່ອນໄຫວດ້ານການທ່ອງທ່ຽວເພື່ອເກີດລູກຢູ່ ອາເມລິກາ (birth tourism).
ຕາມຕົວເລກທີ່ໄດ້ປະກາດແລ້ວ, ຮອດເດືອນ ກັນຍາ 2026, ຈຳນວນວີຊາທີ່ຖືກເກັບຄືນນັບແຕ່ຕົ້ນອາຍຸການທີສອງຂອງ ທ່ານ Donald Trump ໄດ້ບັນລຸປະມານ 250.000 ວີຊາ, ກ່ອນທີ່ຈະເກີນ 300.000 ວີຊາໃນເດືອນຕຸລາ. ໃນປີ 2025, ກົມກົງສຸນ ຂຶ້ນກັບກະຊວງການຕ່າງປະເທດໄດ້ພິຈາລະນາປະມານ 23.000 ກໍລະນີ.