ທ່ານ Marco Rubio ຢືນຢັນວ່າ ເປັນຫຼາຍຄັ້ງແລ້ວທີ່ ທ່ານ Donald Trump, ປະທານາບໍດີ ອາເມລິກາ ໄດ້ຊີ້ແຈ້ງຫຼັກໝັ້ນທີ່ວ່າ ທຸກຂອບເຂດການຄວບຄຸມອາວຸດນິວເຄຼຍໃນສະຕະວັດທີ 21 ຕ້ອງລວມມີທັງ ລັດເຊຍ ແລະ ຈີນ.
ທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: REUTERS/Kevin Mohatt)
ວັນທີ 06 ກຸມພາ, ທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ ລັດເຊຍ ແລະ ຈີນ ເຂົ້າຮ່ວມບັນດາການເຈລະຈາຫຼາຍຝ່າຍກ່ຽວກັບການຄວບຄຸມອາວຸດນິວເຄຼຍ, ພາຍຫຼັງສົນທິສັນຍາ New START ໝົດຜົນບັງຄັບຢ່າງເປັນທາງການ.
ຕາມທ່ານ Marco Rubio, ໃນສະພາບການຄວາມໝັ້ນຄົງທົ່ວໂລກໃນປະຈຸບັນ ຮຽກຮ້ອງຕ້ອງມີຂອບເຂດການຄວບຄຸມອາວຸດໃໝ່, ສ່ອງແສງໃຫ້ເຫັນສະພາບການຕົວຈິງທີ່ວ່າ ອາເມລິກາ ພວມປະເຊີນໜ້າບໍ່ພຽງແຕ່ກັບ ລັດເຊຍ ເທົ່ານັ້ນ ຫາກຍັງນັບທັງ ຈີນ ຄືດັ່ງບັນດາປະເທດມະຫາອຳນາດນິວເຄຼຍມີລະດັບທຽບເທົ່າກັນອີກດ້ວຍ.
ທ່ານ Marco Rubio ຢືນຢັນວ່າ ເປັນຫຼາຍຄັ້ງແລ້ວທີ່ ທ່ານ Donald Trump, ປະທານາບໍດີ ອາເມລິກາ ໄດ້ຊີ້ແຈ້ງຫຼັກໝັ້ນທີ່ວ່າ ທຸກຂອບເຂດການຄວບຄຸມອາວຸດນິວເຄຼຍໃນສະຕະວັດທີ 21 ຕ້ອງລວມມີທັງ ລັດເຊຍ ແລະ ຈີນ. ວໍຊິງຕັນ ຮຽກຮ້ອງໃຫ້ດຳເນີນບັນດາການເຈລະຈາຫຼາຍຝ່າຍກ່ຽວກັບຄວາມສະຖຽນລະພາບຍຸດທະສາດ, ບົນພື້ນຖານສະເໝີພາບ, ກະຈ່າງແຈ້ງ ແລະ ມີກົນໄກຢັ້ງຢືນພິສູດປະສິດທິຜົນໄດ້.