ຂ່າວສານ

ອາເມລິກາ ອອກແຈ້ງການຊົມເຊີຍ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ເລມິນຮຶງ

ໃນແຈ້ງການ, ຝ່າຍ ອາເມລິກາ ຢືນຢັນເລື່ອງຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຫວຽດນາມ
  (ພາບ​ປະ​ກອບ: TTXVN)  

ວັນທີ 07 ເມສາກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກແຈ້ງການສະແດງຄວາມຊົມເຊີຍ ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເລື່ອງສະພາແຫ່ງຊາດ ຫວຽດນາມ ໄດ້ລົງມະຕິຮັບຮອງເອົາມະຕິວ່າດ້ວຍການເລືອກຕັ້ງຮັບດຳລົງຕຳແໜ່ງປະທານປະເທດແຫ່ງ ສສ.ຫວຽດນາມ ສົກປີ 2026  2031, ພ້ອມກັນນັ້ນ ກໍ່ຊົມເຊີຍ ທ່ານ ເລມິນຮຶງກຳມະການກົມການເມືອງເລຂາທິການສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງ ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ສົກປີ 2026  2031.

ໃນແຈ້ງການຝ່າຍ ອາເມລິກາ ຢືນຢັນເລື່ອງຖືເປັນສຳຄັນການພົວພັນຄູ່່ວມມືຍຸດທະສາດຢ່າງຮອບດ້ານກັບ ຫວຽດນາມໂດຍໄດ້ສ້າງຕັ້ງມາເປັນເວລາກວ່າ 3 ທົດສະວັດແຫ່ງມິຕະພາບເຄົາລົບເຊິ່ງກັນແລະກັນ ແລະ ບັນດາຜົນປະໂຫຍດລວມ. ອາເມລິກາ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນຂອງ ຫວຽດນາມ ໃນການຊຸກຍູ້ຄວາມວັດທະນາຖາວອນດ້ານເສດຖະກິດເປີດກວ້າງການພົວພັນແລກປ່ຽນປະຊາຊົນກໍ່ຄືການສົມທົບຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ພ້ອມກັນນັ້ນກໍ່ສະແດງຄວາມປາດຖະໜາຢາກສົມທົບກັບ ທ່ານເລຂາທິການໃຫຍ່ປະທານປະເທດ ໂຕເລິມທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ລັດຖະບານ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ສັນຕິພາບສະຖຽນລະພາບໃຫ້ແກ່ປະຊາຊົນ 2 ປະເທດ.


top