ຂ່າວສານ

ອາເມລິກາ ຫ້າມນຳເຂົ້າສິນຄ້າ ການາດາ ມູນຄ່າເກືອບ 1 ຕື້ ໂດລາສະຫະລັດ

ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ຂອງ ອາ​ເມລິ​ກາ ສຳ​ລັບ​ສິນ​ຄ້າ ກາ​ນາ​ດາ ທີ່ມີ​ມູນ​ຄ່າ​ເກືອບ 1 ຕື້ ໂດລາ​ສະ​ຫະ​ລັດ ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ເລີ່ມ​ແຕ່​ວັນ​ທີ 29 ກັນ​ຍາ (ຕາມ​ເວລາ​ພາກ​ຕາ​ເວັນ​ອອກ ອາ​ເມລິ​ກາ​).
(ພາບປະກອບຈາກ: ຊິນຮົວ/VNA)

ບັນ​ດາ​ສິນ​ຄ້າ​ຖືກ​ຜົນ​ສະ​ທ້ອນ​ສ່ວນ​ຫຼາຍ​ແມ່ນ​ເຄື່ອງ​ດື່ມທີ່​ມີ​ສ່ວນ​ປະ​ສົມ​ຂອງ​ເຫຼົ້າ​, ຜະ​ລິດ​ຕະ​ພັນ​​ນົມ ແລະ ລົດ​ຈັກ​ຜະ​ລິດ​ຢູ່ ກາ​ນາ​ດາ ຈຳນວນໜຶ່ງ​.

​ນີ້​ແມ່ນ​ມາດ​ຕະ​ການ​ຫຼ້າ​ສຸດ​ຂອງ ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມລິ​ກາ ພາຍ​ຫຼັງ​ທີ່ ກາ​ນາ​ດາ ໄດ້​ຈັດ​ວາງ​ພາ​ສີ​ສຳ​ລັບ​ສິນ​ຄ້າ ອາ​ເມລິ​ກາ ປະ​ມານ 20 ຕື້​ໂດລາ​ສະ​ຫະ​ລັດ​. ບັນ​ດາ​ລະ​ດັບ​ພາ​ສີ​ຂອງ ກາ​ນາ​ດາ ຢູ່​ໃນ​ລະ​ດັບ​ແຕ່ 15% – 50%, ເພື່ອ​ແນ​ໃສ່​ໂຕ້​ຕອບ​ເລື່ອງກ່ອນ​ໜ້າ​ນັ້ນ ວໍ​ຊິງ​ຕັນ ໄດ້​ເກັບ​ພາ​ສີ 50% ສຳ​ລັບ​ສິນ​ຄ້າ ກາ​ນາ​ດາ ມີ​ມູນ​ຄ່າ​ເທົ່າ​ທຽບ​ກັນ​.

​ທ່ານ Mark Carney, ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ ຖະ​ແຫຼງ​ວ່າ ປະ​ເທດ​ນີ້​ຈະ​ປົກ​ປ້ອງ​ຜູ້​ອອກ​ແຮງ​ງານ​, ຊາວ​ກະ​ສິ​ກອນ​, ບັນ​ດາ​ຄອບ​ຄົວ ແລະ ວິ​ສາ​ຫະ​ກິດ ກາ​ນາ​ດາ​.

​ອຳ​ນາດ​ການ​ປົກ​ຄອງ​ຂອງ​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມລິ​ກາ Donald Trump ຖື​ວ່າ​: ກາ​ນາ​ດາ ໄດ້ມີການ​ຈຳ​ແນກ​ສຳ​ລັບ​ບັນ​ດາ​ຜູ້​ຜະ​ລິດ​ເຄື່ອງ​ດື່ມ​ມີ​ສ່ວນ​ປະ​ສົມ​ຂອງ​ເຫຼົ້າ​, ຜະ​ລິດ​ຕະ​ພັນ​ນົມ ແລະ ພາ​ຫະ​ນະ​ຂອງ ອາ​ເມລິ​ກາ​. ວໍ​ຊິງ​ຕັນ ຖື​ວ່າ ຄຳ​ສັ່ງ​ເກືອດ​ຫ້າມ​ແມ່ນ​ຜົນ​ຕາມ​ມາ​ຂອງ​ເລື່ອງ Ottawa ສືບ​ຕໍ່​ຮັກ​ສາ​ບັນ​ດາ​ມາດ​ຕະ​ການ​ຈຳກັດ​ສຳ​ລັບ​ສິນ​ຄ້າ ອາ​ເມລິ​ກາ​.


top