ຝ່າຍ ອີຣານ ໄດ້ເປັນເຈົ້າການຕິດຕໍ່ພາຍຫຼັງຄຳຮຽກຮ້ອງດຳເນີນການພົບປະເຈລະຈາຂອງທ່ານປະທານາທິບໍດີ Donald Trump.
(ພາບປະກອບ: REUTERS/Waseem Khan)
ວັນທີ 24 ເມສາ, ທຳນຽບຂາວຢັ້ງຢືນວ່າ ທ່ານທູດພິເສດ ອາເມລິກາ Steve Witkoff ພ້ອມກັບທ່ານ Jared Kushner, ລູກເຂີຍຂອງທ່ານ Donald Trump, ປະນາທິບໍດີ ອາເມລິກາ ໄດ້ເດີນທາງໄປ Islamabad, ປາກິດສະຖານ ໃນວັນທີ 25 ເມສາ ເພື່ອດຳເນີນບັນດາການເຈລະຈາກັບຜູ້ຕາງໜ້າ ອີຣານ, ໃນສະພາບຄຳສັ່ງຢຸດຍິງທີ່ບອບບາງຍັງມີຜົນສັກສິດຢູ່.
ຕາມທ່ານນາງ Karoline Leavitt, ໂຄສົກທຳນຽບຂາວ ແລ້ວ, ຝ່າຍ ອີຣານ ໄດ້ເປັນເຈົ້າການຕິດຕໍ່ພາຍຫຼັງຄຳຮຽກຮ້ອງດຳເນີນການພົບປະເຈລະຈາຂອງທ່ານປະທານາທິບໍດີ Donald Trump. ຝ່າຍເປັນກາງໄກເກ່ຍການເຈລະຈາຈະແມ່ນລັດຖະບານ ປາກິດສະຖານ. ອາເມລິກາ ຕັ້ງຫວັງວ່າ ການພົບປະຈະນຳມາເຊິ່ງບາດກ້າວຄວາມຄືບໜ້າລະອຽດ ເພື່ອມຸ່ງໄປເຖິງຂໍ້ຕົກລົງ, ພ້ອມກັນນັ້ນ ກໍ່ສ້າງພື້ນຖານໃຫ້ແກ່ບັນດາບາດກ້າວຕໍ່ໄປໃນການຢຸດຕິການປະທະກັນ.