ຂ່າວສານ

ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ

ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ອາເມລິກາ ຮັບຮູ້ກົດລະບຽບເສດຖະກິດຕະຫຼາດຂອງ ຫວຽດນາມ, ຈຳກັດບັນດາມາດຕະການດ້ານເຕັກນິກ ແລະ ປ້ອງກັນການຄ້າ ເພື່ອສ້າງຄວາມສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງໄປ ອາເມລິກາ
(ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫວະ ຕ້ອນຮັບທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen)

ຕອນບ່າຍວັນທີ 21 ກໍລະກົດ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen ທີ່ພວມຢ້ຽມຢາມ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການພົວພັນໃນທຸກຊ່ອງທາງພັກ, ລັດ, ລັດຖະສະພາ ແລະ ການພົບປະແລກປ່ຽນປະຊາຊົນ; ເພີ່ມທະວີການຮ່ວມມືລັດຖະສະພາ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ທຸກຂັ້ນ… ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ອາເມລິກາ ຮັບຮູ້ກົດລະບຽບເສດຖະກິດຕະຫຼາດຂອງ ຫວຽດນາມ, ຈຳກັດບັນດາມາດຕະການດ້ານເຕັກນິກ ແລະ ປ້ອງກັນການຄ້າ ເພື່ອສ້າງຄວາມສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງໄປ ອາເມລິກາ; ທ່ານສະເໜີໃຫ້ ອາເມລິກາ ໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດດີຈີຕອນ, ລັດຖະບານດີຈີຕອນຫຼາຍກວ່າ.

ສ່ວນທ່ານນາງລັດຖະມົນຕີ Janet Yellen ຢືນຢັນວ່າ, ອາເມລິກາ ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ. ທ່ານໃຫ້ຮູ້ວ່າ ຈະຄົ້ນຄວ້າລະອຽດບັນດາບັນຫາເຊິ່ງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຕື້ອງເຖິງ ແລະ ຈະມີຄຳຕອບກ່ຽວກັບບັນດາບັນຫາທີ່ສາມາດຜັນຂະຫຍາຍໃນໄລຍະຈະມາເຖິງ.


top