ຂ່າວສານ

ອາຊຽນ 2020: ນັກຊ່ຽວຊານຍີ່ປຸ່ນ ໃຫ້ຂໍ້ສັງເກດ ຫວຽດນາມປະຕິບັດບົດບາດປະທານອາຊຽນສຳເລັດເປັນຢ່າງດີ

      ປີ 2020, ຫວຽດນາມໄດ້ສ້າງຂີດໝາຍຢ່າງໃຫຍ່ຫຼວງຢູ່ເວທີສາກົນເມື່ອປະຕິບັດຕຳແໜ່ງປະທານໝູນວຽນ ອາຊຽນ ເຖິງວ່າ ນີ້ແມ່ນປີທີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ຕົ້ນຕໍແມ່ນຍ້ອນຜົນກະທົບຈາກພະຍາດ ໂຄວິດ - 19.

ທ່ານ Hiroyuki Moribe ຫົວໜ້າບໍລິຫານສະຖາບັນຄົ້ນຄ້ວາເສດຖະກິດ ຫວຽດນາມ (VERI) ຂອງຍີ່ປຸ່ນ (ພາບ: TTXVN)
      ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ Hiroyuki Moribe ຫົວໜ້າບໍລິຫານສະຖາບັນຄົ້ນຄ້ວາເສດຖະກິດ ຫວຽດນາມ (VERI) ຂອງຍີ່ປຸ່ນ ໄດ້ຢັ້ງຢືນວ່າ ຫວຽດນາມໄດ້ປະຕິບັດບົດບາດປະທານອາຊຽນສຳເລັດເປັນຢ່າງດີ.
            ຕາມທ່ານ Hiroyuki Moribe ແລ້ວ, ດ້ວຍຖານະຕຳແໜ່ງເປັນປະທານອາຊຽນ 2020, ຫວຽດນາມໄດ້ແບກຫາບພາລະໜ້າທີ່ໜັກທີ່ສຸດ ໃນການນຳພາອາຊຽນ ວາງອອກມາດຕະການໃຫ້ແກ່ຫຼາຍບັນຫາສຳຄັນ ແລະ ປະຕິບັດໜ້າທີ່ນີ້ສຳເລັດເປັນຢ່າງດີ. ໃນສະພາບການ ໂລກລະບາດ ໂຄວິດ - 19 ແຜ່ລາມຢ່າງຮ້າຍແຮງ, ຫວຽດນາມສາມາດຄວບຄຸມພະຍາດໂຄວິດ - 19 ຢູ່ພາຍໃນປະເທດໄດ້ໂດຍໄວ, ຕິດຕາມ, ເຝົ້າລະວັງການຜັນແປຂອງພະຍາດໃນພາກພື້ນ ແລະ ໃນໂລກຢ່າງໃກ້ຊິດ. ເລື່ອງຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ທາງອອນລາຍໃນສະພາບການ ໂລກລະບາດ ໂຄວິດ - 19 ມີການຜັນແປຢ່າງສັບສົນໄດ້ສຳເລັດນັ້ນ ເປັນການສະແດງໃຫ້ເຫັນ ການຮັບມືເປັນຢ່າງດີຂອງຫວຽດນາມ. ຍ້ອນມີການປ້ອງກັນພະຍາດໄດ້ເປັນຢ່າງດີ ຫວຽດນາມຈຶ່ງຮັກສາໄດ້ການເຄື່ອນໄຫວຕິດຕໍ່ກັບລະບົບສະໜອງການຜະລິດແລະຊຸກຍູ້ການລົງນາມສັນຍາການຄ້າເສລີສະບັບຕ່າງໆ.
(ແຫຼ່ງຄັດຈາກ VOV)


top