ວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ ສັງກັດກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມອອນລາຍຕາໜ່າງບັນດາສູນຮັກສາສັນຕິພາບ ອາຊຽນ (APCN) ດ້ວຍຫົວຂໍ້: “ເພີ່ມທະວີການຮ່ວມມືຕາໜ່າງບັນດາສູນຮັກສາສັນຕິພາບ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19”.
ທ່ານພົນໂທ ຫງວຽນຈິຫວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄໍາເຫັນທີກອງປະຊຸມ (ພາບ:vietnamnet.vn)
ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ສະແດງບົດບາດຕັ້ງໜ້າ, ເປັນເຈົ້າການຂອງປະເທດເຈົ້າພາບຫວຽດນາມ ໃນຖານະເປັນປະເທດປະທານ APCN; ສືບຕໍ່ຮັກສາກໍາລັງໜູນ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາສະມາຊິກ ໃນ APCN ໃນການຮັບມືກັບໂລກລະບາດ, ບໍ່ປະໃຫ້ຄວາມຫຍຸ້ງຍາກເຮັດໃຫ້ການເຄື່ອນໄຫວຂອງຕາໜ່າງຮັກສາສັນຕິພາບຂອງພາກພື້ນຖືກຕັດຕອນ.
ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນໂທ ຫງວຽນຈິຫວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສະເໜີບັນດາສະມາຊິກ APCN ພ້ອມກັນແບ່ງປັນປະສົບການ, ບົດຮຽນທີ່ບັນລຸຜົນສໍາເລັດຂອງ ກອງທັບບັນດາປະເທດສະມາຊິກ ໃນບັ້ນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ຖອດຖອນບົດຮຽນສໍາລັບກໍາລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.
(ແຫຼ່ງຄັດຈາກ VOV)