ຂ່າວສານ

ອາຊຽນ - ອີຢູ ຊຸກຍູ້ການຮ່ວມມືຫຼາຍຝ່າຍ

ທ່ານເອກອັກຄະລັດຖະທູດ Carl Hallegardt ຢືນຢັນວ່າ ອີຢູ ສືບຕໍ່ຖື ອາຊຽນ ແມ່ນຄູ່ຮ່ວມມືສຳຄັນ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.
  (ບັນ​ດາເອກອັກຄະລັດຖະທູດ ແລະ ຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດ ອາຊຽນ)  

ວັນ​ທີ 20 ພຶດ​ສະ​ພາ, ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ ອາ​ຊຽນ ປະ​ຈຳ​ນະ​ຄອນ ວຽນ, ປະ​ເທດ ໂອ​ຕາ​ລິດ ໄດ້​ພົບ​ປະ​ກັບ​ທ່ານ Carl Hallegardt, ເອກ​ອັກ​ຄະລັດ​ຖະ​ທູດ​ສະ​ຫະ​ພາ​ບ ເອີ​ລົບ (ອີ​ຢູ), ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື ອາ​ຊຽນ - ອີ​ຢູ, ວິ​ວັດ​ການ​ປະ​ຕິ​ຮູບ​ສະ​ຫະ​ປະ​ຊາ​ຊາດ ແລະ ການ​ຮ່ວມ​ມື​ຢູ່ອົງການ​ພະລັງງານປະ​ລະ​ມານູ​ສາກົນ (IAEA).

ທີ່​ການ​ຕ້ອນ​ຮັ​ບ, ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ Carl Hallegardt ຢືນ​ຢັນ​ວ່າ ອີ​ຢູ ສືບ​ຕໍ່​ຖື ອາ​ຊຽນ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ ໃນ​ການ​ຊຸກ​ຍູ້​ລັດ​ທິ​ຫຼາຍ​ຝ່າຍ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ວູ​ເລ​ທາຍ​ຮວ່າງ, ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້​າ ຫວຽດ​ນາມ ປະ​ຈຳ ວຽນ, ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ແກ່ງ​ແຍ້ງ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່, ອາ​ຊຽນ ແລະ ອີ​ຢູ ຕ້ອງ​ແບ່ງ​ປັນ​ບັນ​ດາ​ຄຸນ​ຄ່າ ແລະ ຜົນ​ປະ​ໂຫຍດ​ລວມ​ໃຫ້​ຫຼາຍກວ່າໃນ​ການ​ຊຸກ​ຍູ້​ລັດ​ທິ​ຫຼາຍ​ຝ່າຍ, ເສີມ​ຂະ​ຫຍາຍ “ເລື່ອງ​ເປັນ​ເຈົ້າ​ຕົນ​ເອງ​ຍຸດ​ທະ​ສາດ​ລວມ​ໝູ” ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ຍົກ​ສູງ​ສຽງ​ເວົ້າ​ຂອງ 2 ພາກ​ພື້ນ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທົ່ວ​ໂລກ.

ສິ້ນ​ສຸດ​ການ​ພົບ​ປະ, ບັນ​ດາ​ເອກ​ອັກ​ຄະ​ລັດ​ທູດ ອາ​ຊຽນ ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ​້ນ​ແຟ້ນ​ກັບ ອີ​ຢູ ເພື່ອ​ປົກ​ປ້ອງ​ລະ​ບົບ​ຫຼາຍ​ຝ່າຍ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຜ່ານນັ້ນ, ກໍ່ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ.


top