ບົນຈິດໃຈ “ອາຊຽນ ໃນການເຄື່ອນໄຫວ: ຕອບສະໜອງບັນດາສິ່ງທ້າທາຍລວມ”, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໄດ້ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມປະຕິບັດແຜນການກໍ່ສ້າງປະຊາຄົມ ແລະ ວິໄສທັດ ອາຊຽນ ພາຍຫຼັງປີ 2025.
ໃນຕົ້ນເດືອນ ສິງຫາ ປີ 2022, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 (AMM-55) ແລະ ບັນດາ ກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢູ່ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ, ໃນນັ້ນມີ 20 ກວ່າການເຄື່ອນໄຫວໃນຂອບ ອາຊຽນ, ອາຊຽນ+1, ອາຊຽນ+3, ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF).
ທີ່ບັນດາເຫດການດັ່ງກ່າວ, ບັນດາປະເທດໄດ້ປຶກສາຫາລືກ່ຽວກັບການເຊື່ອມຕໍ່, ຮັດແຄບຊ່ອງຫວ່າງການພັດທະນາ, ການຮ່ວມມືທາງທະເລ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ. ຄຽງຄູ່ກັບຄວາມພະຍາຍາມຟື້ນຟູ, ບັນດາລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການຮ່ວມມືຄົ້ນຄວ້າ, ຜະລິດ ວັກຊີນ, ເສີມຂະຫຍາຍລະບົບສາທາ ລະນະສຸກຢູ່ບັນດາປະເທດໃນພາກພື້ນ. ບັນດາປະເທດໄດ້ເຫັນດີເປັນເອກະສັນກັນວ່າ ອາຊຽນ ຕ້ອງເສີມຂະຫຍາຍຄວາມຮັບຜິດຊອບ, ຮັກສາຄວາມສາມັກຄີ, ເປັນເອກະພາບ ແລະ ມີປະຕິກິລິຍາຢ່າງຕັ້ງໜ້າໃນທຸກສະພາບການ.
ສິ່ງທ້າທາຍທີ່ ອາຊຽນ ກໍາລັງປະເຊີນໜ້າ. ພາບ: VNA
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: VNA
ແບ່ງປັນທັດສະນະກ່ຽວກັບການຮັກສາຄວາມສາມັກຄີ ແລະ ຄວາມດຸ່ນດ່ຽງຂອງ ອາຊຽນ, ເປັນຕົ້ນແມ່ນບົດບາດ “ຜູ້ໄກ່ເກ່ຍທີ່ຊື່ສັດ”, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ສົ່ງເສີມບັນດາປະເທດ ຢືດໝັ້ນ ຫຼັກໝັ້ນລວມກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ພະຍາຍາມ ຮັກສາສະພາບແວດລ້ອມທີ່ສະດວກ ໃຫ້ແກ່ ປະມວນກົດລະບຽບການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (COC) ມີຜົນສັກສິດ ແລະ ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, UNCLOS 1982. ທ່ານລັດຖະມົນຕີ ກໍ່ຢືນຢັນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ ກ່ຽວກັບບັນດາບັນຫາ ສາກົນ ແລະ ພາກພື້ນຄື: ການປະທະກັນຢູ່ ຢູແກຼນ, ການແກ່ງແຍ້ງມະຫາອຳນາດ ແລະ ສະພາບການຢູ່ ມຽນມາ.
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ພາບ: VNA
ໃນໂອກາດນີ້, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ອອກຖະແຫຼງການກ່ຽວກັບການພັດທະນາຢູ່ຊ່ອງແຄບ ທະເລ ໄຕ້ຫວັນ, ສະແດງຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງທີ່ຈະເກີດຄວາມບໍ່ໝັ້ນຄົງ, ຜົນສະທ້ອນຮ້າຍແຮງແລະ ບໍ່ອາດຄາດໝາຍໃຫ້ແກ່ພາກພື້ນ. ຖະແຫຼງການຮຽກຮ້ອງໃຫ້ມີຄວາມອົດກັ້ນສູງສຸດ, ເຄົາລົບບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະ TAC. ບັນດາປະເທດອາຊຽນ ຢືນຢັນຄືນໃໝ່ ສະໜັບສະໜູນນະໂຍບາຍ “ຈີນດຽວ”; ຢືນຢັນຄວາມສຳຄັນຂອງການຮ່ວມມື, ການຢູ່ຮ່ວມກັນໂດຍສັນຕິ ແລະ ການແຂ່ງຂັນ ເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການພັດທະນາລວມ ແລະ ຍືນຍົງຄົງຕົວ.
ໂດຍປະເຊີນໜ້າກັບບັນດາການຜັນແປຂອງພາກພື້ນໃນໄລຍະມໍ່ໆມານີ້, ທ່ານລັດຖະມົນຕີໄດ້ຢ້ຳຄືນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ, ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດຄວາມອົດກັ້ນ, ຫຼີກເວັ້ນບໍ່ໃຫ້ເກີດສະຖານະການສັບສົນ, ແກ້ໄຂຄວາມຂັດແຍ່ງກັນໂດຍສັນຕິວິທີ, ປະຕິບັດຕາມກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືໃນ ອາຊີຕາເວັນອອກສ່ຽງໃຕ້ (TAC). ທ່ານລັດຖະມົນຕີຍັງກ່າວວ່າ, ອາຊຽນ ຈະຮັກສາການພົວພັນກັບ ມຽນມາ, ຊຸກຍູ້ການປະຕິບັດຄຳເຫັນທີ່ເປັນເອກະສັນກັນ 5 ຂໍ້ຂອງການນຳ ອາຊຽນ ເພື່ອຜົນປະໂຫຍດ ຂອງປະຊາຊົນ ມຽນມາ ແລະ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.
ທີ່ກອງປະຊຸມ, ຄະນະກຳມະການ ສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ) ບັນດາປະເທດໃຫ້ຄຳໝັ້ນສັນຍາປະຕິບັດສົນທິສັນຍາ SEANWFZ, ເຫັນດີຕໍ່ແຜນການຜັນຂະຫຍາຍການປະຕິບັດ SEANWFZ ໄລຍະ 2022 – 2026. ບັນດາປະເທດກໍ່ເຫັນດີ ຈະຍູ້ແຮງການປຶກສາຫາລືກັບບັນດາປະເທດທີ່ມີອາວຸດນິວເຄຼຍ ເພື່ອລົງນາມໃນອະນຸສັນຍາ SEANWFZ.
ການເຈລະຈາລະຫວ່າງ ລັດຖະມົນຕີ ການຕ່າງປະເທດ ແລະ ຜູ້ຕາງໜ້າ ຄະນະກຳມາທິການ ລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR), ບັນດາລັດຖະມົນຕີໄດ້ຊົມເຊີຍ AICHR ໃນການຜັນຂະຫຍາຍແຜນປະຕິບັດງານ 2021-2025; ຊຸກຍູ້ໃຫ້ AICHR ສືບຕໍ່ປຶກສາຫາລື, ສົ່ງເສີມສິດທິມະນຸດ, ເປັນຕົ້ນແມ່ນກຸ່ມທີ່ມີຄວາມສ່ຽງ, ໃນເສົາຄ້ຳຂອງຊຸມຊົນ.
ໃນໂອກາດນີ້, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຂະຫຍາຍ TAC ສຳລັບ ແດນມາກ, ເກຼັກ, ໂຮນລັງ, ໂອມານ, ອາຣັບບີ ຊາອູດິດ (UAE) ແລະ ກາຕາ.
ບົດ: VNP ສັງລວມ - ພາບ:VNA - ແປໂດຍ: ຢືຟຽນ