ຂ່າວສານ

ອາຊຽນ ຊຸກຍູ້ການປະຕິບັດຂໍ້ຄວາມເຫັນດີເຫັນພ້ອມ 5 ປະການກ່ຽວກັບສະພາບການ ມຽນມາ ດ້ວຍຄວາມເຫັນດີເຫັນພ້ອມ

      ໃນຂອບເຂດ ອາຊຽນ, ບັນດາປະເທດພວມມານະພະຍາຍາມຊຸກຍູ້ວິວັດທະນາການປະຕິບັດຂໍ້ຄວາມເຫັນດີເຫັນພ້ອມ 5 ປະການ ເຊິ່ງການນຳບັນດາປະເທດບັນລຸໄດ້ ເພື່ອແນໃສ່ແກ້ໄຂວິກິດການຢູ່ ມຽນມາ.
ລົດທະຫານໄປລາດຕະເວນຢູ່  Mandalay, ມຽນມາ (ພາບ: AFP/TTXVN)
      ໃນບົດກ່າວປາໄສໃນວັນທີ 07 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan ຊີ້ແຈ້ງວ່າ ໃນຂອບເຂດ ອາຊຽນ, ບັນດາປະເທດພວມມານະພະຍາຍາມຊຸກຍູ້ວິວັດທະນາການປະຕິບັດຂໍ້ຄວາມເຫັນດີເຫັນພ້ອມ 5 ປະການ ເຊິ່ງການນຳບັນດາປະເທດບັນລຸໄດ້ ເພື່ອແນໃສ່ແກ້ໄຂວິກິດການຢູ່ ມຽນມາ.
        ທັດສະນະຫຼັກໆຂອງ 5 ປະການ ແມ່ນຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ ແລະ ບັນດາຝ່າຍທັງໝົດ ຈົ່ງລະງັບໃຈ, ດຳເນີນການເຈລະຈາທີ່ມີລັກສະນະສ້າງສັນລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງທັງໝົດ ເພື່ອແນໃສ່ຊອກຫາມາດຕະການສັນຕິພາບ, ແຕ່ງຕັ້ງທູດພິເສດຂອງປະທານ ອາຊຽນ ເປັນກາງ ຊຸກຍູ້ວິວັດທະນາການດຳເນີນການເຈລະຈາ ແລະ ຊ່ວຍເຫຼືອມະນຸດສະທຳໃຫ້ແກ່ປະຊາຊົນ ມຽນມາ ຜ່ານສູນປະສານງານຊ່ວຍເຫຼືອມະນຸດສະທຳ ອາຊຽນ.
        ປັດຈຸບັນ, ອາຊຽນ ພວມນຳໜ້າຄວາມມານະພະຍາຍາມທາງການທູດກ່ຽວກັບບັນຫາ ມຽນມາ ນັບແຕ່ເມື່ອປະເທດນີ້ຕົກເຂົ້າສູ່ສະພາບຈົນຕາແຈດ້ານການເມືອງໃນວັນທີ 01 ກຸມພາ ປີນີ້.
 (ແຫຼ່ງຄັດຈາກ VOV)


top