
ບັນດາຜະລິດຕະພັນ ກະລໍ ເຄິ່ງສຳເລັດຮູບ ໄດ້ຖາກດ້ວຍມື ແຕ່ມີຂະໜາດ ແລະ ຮູບຊົງສະໝໍ່າສະເໝີກັນພໍຄວນ... ພາບ: ແທງຮ່ວາ

... ແລະ ໄດ້ເຮັດຈາກໄມ້ມີ້ ຊະນິດດີໆ, ມີສີເຫຼືອງປະສົມ ແດງ ເຂັ້ມ. ພາບ: ແທງຮ່ວາ

ຍ້ອນກະລໍ ມີຂະໜາດບໍ່ຄືກັນ ດັ່ງນັ້ນ ທຸກລວດລາຍ ປະດັບ ປະດາຢູ່ເທິງ ກະລໍ ຕ່າງກໍໄດ້ແຕ້ມດ້ວຍມື ແລ້ວຈຶ່ງ ທຳການ ຄວັດ ເຈາະ
ບໍ່ໄປຕາມຕົວແບບທີ່ແນ່ນອນໃດໆ. ພາບ: ແທງຮ່ວາ

ຍ້ອນກະລໍ ມີຮູບວົງກົມ ມັກກິ້ງງ່າຍ ດັ່ງນັ້ນ ເວລາຄວັດເຈາະ ກະລໍ ນາຍຊ່າງ ຕ້ອງນັ່ງທ່າ ກ້ຽວຂາກອດເອົາກະລໍ. ພາບ: ແທງຮ່ວາ

ເຖິງວ່າ ອາຍຸຍັງໜຸ່ມ ແຕ່ ອ້າຍ ຟ້າມຫງອກໂຣ (ຫຼານຄີງຂອງ ພໍ່ຕູ້ ຟ້າມຫງອກຢື) ໄດ້ມີເຕັກນິກຢ່າງສູງ ໃນການຄວັດເຈາະ,
ປະດັບປະດາ ກະລໍ. ພາບ: ແທງຮ່ວາ

ຄວາມງາມຂອງກະລໍ ຂຶ້ນກັບສີມືຂອງຜູ້ເປັນນາຍຊ່າງ. ພາບ: ແທງຮ່ວາ

ອ້າຍ ຟ້າມຫງອກຟຸກ ວັດແດກ, ຄິດໄລ່ ຢ່າງຮອບຄອບ ທີ່ຕັ້ງ ຈຸດຜ່າເຕົ້າຂະຫຍາຍສຽງ ຂອງກະລໍ. ພາບ: ແທງຮ່ວາ

ຄວາມກວ້າງ, ແຄບ ໃນເຕັກນິກຜ່າເຕົ້າຂະຫຍາຍສຽງ ຈະ ເປັນ ປັດໃຈຕັດສິນ ເຖິງນຳ້ສຽງຂອງກະລໍ ວ່າຈະມ່ວນ ຫຼື ບໍ. ພາບ: ແທງຮ່ວາ

ໃນເວລາເຈາະເຕົ້າຂະຫຍາຍສຽງ, ໂຄມໄຟນ້ອຍໆ ແລະ ແສງໄຟອ່ອນ ແມ່ນແສງສະຫວ່າງໜຶ່ງດຽວ ສາມາດຊ່ວຍໃຫ້
ອ້າຍ ຟ້າມຫງອກແທງຫາຍ (ຫຼານຄີງຂອງພໍ່ຕູ້ ຟ້າມຫງອກຢື) ມອງໄດ້ສ່ວນໃດໜຶ່ງຢູ່ທາງໃນກະລໍ ຜ່ານຮູນ້ອຍມີເສັ້ນ ຜ່າກາງ
ພຽງສອງສາມຊັງຕີແມັດ, ຖ້າຢາກເບິ່ງແຈ້ງກວ່າ ລາວຈະ ຕ້ອງຖອນປາຍສີ່ວອອກນອກ. ພາບ: ແທງຮ່ວາ

ໃໃນວັດທະນະທຳພຸດທະສາສະໜາ, ລະຄັງ ແລະ ກະລໍ ແມ່ນ ເຄື່ອງດົນຕີຕົ້ນຕໍ ເພື່ອຮັກສາຈັງຫວະຂອງຄົນສວດມົນ, ສວດ ມົນໄວ
ຈັງຫວະກະລໍຈະໄວ, ສວດມົນຊ້າ ຈັງຫວະກະ ລໍຈະ ຊ້າ. ພາບ: ແທງຮ່ວາ |