ຢູ່ໝູ່ບ້ານຊາວເຜົ່າ ເມື່ອງ ບ້ານ ສວຍເກາະ, ຕາແສງກາວເຊີນ, ເມືອງເລືອງເຊີນ, ແຂວງຮວ່າບິ່ງມີຄອບຄົວ ຂອງທ່ານນາງຮວ່າງ ທິເຫົ້າຍັງຄົນຮັກສາ ໄດ້ອາຊີບເຮັດເຈ້ຍສາ ຕາມວິທີການ ຂອງ ຄົນສະໄໝກ່ອນ.
ນັບແຕ່ສະຕະວັດທີ XIII ເປັນຕົ້ນມາ, ພາຍຫຼັງໄດ້ຮັບການນຳເຂົ້າ ຫວຽດນາມ, ເຈ້ຍ ສາ ໄດ້ຖືກນຳໃຊ້ຢ່າງກວ້າງຂວາງ ຈາກຊາວຫວຽດນາມ ໃນຊີວິດປະຈຳວັນ. ຄົນ ຫວຽດ ສະໄໝກ່ອນ ໃຊ້ເຈ້ຍ ສາ ເພື່ອຂຽນຈົດໝາຍ, ເຜີຍແຜ່ຄວາມຮູ້ໃນຊີວິດວັດທະນະທໍາ. ເຈ້ຍ ສາ ຖືກນໍາໃຊ້ສໍາລັບການຂຽນ ຄຳກອນ, ພິມຮູບພາບ ແລະ ອື່ນໆ. ແນວໃດກໍ່ຕາມ, ຄຽງຄູ່ກັບຈັງຫວະການດຳລົງຊີວິດຂອງສັງຄົມຍຸກປັດຈຸບັນ, ເຈ້ຍສາ ໄດ້ຄ່ອຍໆ ສູນຫາຍໄປ. ໃນທ້າຍສະຕະວັດທີ XX, ອາຊີບເຮັດເຈ້ຍ ສາ ເກືອບວ່າ ຖືກລືມໄປ.
ຊາວເຜົ່າ ເມື່ອງ ຢູ່ບ້ານ ສວຍເກາະ ສະແດງຄວາມຮັກຕໍ່ ເຈ້ຍສາ ທີ່ຫາກໍ່ຜະລິດອອກມາ. ພາບ: ຫວຽດເກື່ອງ/VNP
ຫວຽດນາມມີ 2 ໝູ່ບ້ານເຮັດເຈ້ຍ ສາ ທີ່ມີຊື່ສຽງຄື: ບ້ານ ອຽນຖາຍ (ຮ່າໂນ້ຍ) ແລະບ້ານ ດົງກາວ (ເມືອງ ອຽນຟອງ, ແຂວງ ບັກນິງ). ຢູ່ທ້ອງຖິ່ນເຫຼົ່ານີ້, ອາຊີບເຮັດ ເຈ້ຍ ສາ ເຄີຍມີການພັດທະນາທີ່ດີ. ແຕ່ປັດຈຸບັນ, ໝູ່ບ້ານເຮັດເຈ້ຍ ສາ ອຽນຖາຍ ພຽງໄດ້ ເວົ້າເຖິງໃນຄຳກອນເທົ່ານັ້ນ. ຢູ່ໝູ່ບ້ານ ດົງກາວ, ມີພຽງບໍ່ເທົ່າໃດຄອບຄົວທີ່ຍັງຄົງຮັກສາອາຊີບ ດັ່ງກ່າວ.
ແຕ່ເປັນເລື່ອງແປກທີ່ວ່າປັດຈຸບັນ ຢູ່ໝູ່ບ້ານສວຍເກາະ, ຕາແສງກາວເຊີນ, ເມືອງເລືອງເຊີນ, ແຂວງຮວ່າບິ່ງ, ມີຊາວເຜົ່າເມື່ອງຍັງເຮັດເຈ້ຍສາ ຕາມວິທີ ຂອງ ຄົນສະໄໝກ່ອນ. ມາຢ້ຽມຢາມເຮືອນຂອງ ທ່ານນາງຮວ່າງທິເຫົ້າ, ຄອບຄົວດຽວ ຢູ່ບ້ານ ສວຍເກາະ ເຮັດເຈ້ຍ ສາ, ເພິ່ນ ໄດ້ເລົ່າ ສູ່ໃຫ້ຟັງກ່ຽວກັບວາດສະໜາ ແລະ ຄວາມໃນໃຈກ່ຽວກັບການ ຍຶດໝັ້ນກັບອາຊີບ ຫັດຖະກຳມູນເຊື້ອທີ່ເປັນເອກະລັກ ສະເພາະນີ້.
ປີ 1996, ຄອບຄົວຂອງທ່ານນາງເຫົ້າ ແລະຫຼາຍຄອບຄົວຢູ່ບ້ານສວຍເກາະໄດ້ສູນຄົ້ນຄວ້າ, ຊ່ວຍເຫຼືອ ແລະພັດທະນາບັນດາໝູ່ບ້ານຫັດຖະກຳ ພື້ນເມືອງ ນຳໄປຮຽນອາຊີບເຮັດ ເຈ້ຍສາ ຢູ່ບັກນິງ. ທ່ານນາງ ເຫົ້າ ແມ່ນໜຶ່ງໃນຈຳນວນບໍ່ເທົ່າໃດຄົນທີ່ພັບເຈ້ຍໃຫ້ເທົ່າທຽມກັນ ແລະ ສວຍງາມທີ່ສຸດໃນກຸ່ມຄົມໄປຮຽນ. ຫຼັງຈາກໄດ້ຮຽນຮູ້ອາຊີບແລ້ວ, ທຸກຄົນໄດ້ກັບຄືນບ້ານ ເພື່ອເລີ່ມຕົ້ນການເຮັດວຽກ. ເວລານັ້ນ ຢູ່ບ້ານ ສວຍເກາະ, ປະຊາຊົນ ທຸກຄົນໄດ້ເຂົ້າຮ່ວມການເຮັດເຈ້ຍ. ແຕ່ເປັນເວລາສັ້ນໆ ເທົ່ານັ້ນ, ເຈ້ຍ ເຮັດອອກມາ ບໍ່ມີຜູ້ຊື້, ບໍ່ມີລາຍຮັບ, ຊາວບ້ານໄດ້ລາອອກຈາກອາຊີບ ເປັນຈຳນວນຫຼາຍ. ຜູ້ສຶກເສຍດາຍ ການໄປຮຽນແລະຄິດເຖິງຜູ້ທີ່ສ້າງເງື່ອນໄຂ ໃຫ້ຕົນເອງໄດ້ຮຽນ ອາຊີບ, ທ່ານນາງເຫົ້າໄດ້ໂອ້ລົມກັບສາມີແລະປະຊາຊົນ ຈຳນວນໜຶ່ງໃນໝູ່ບ້ານ ເພື່ອ ພະຍາຍາມ ສືບຕໍ່ເຮັດ ເຈ້ຍ ສາ ໃນຍາມຫວ່າງ.
ທ່ານຫງວຽນວັນຈຸກ, ສາມີຂອງທ່ານນາງ ເຫົ້າ ຍັງຈື່ຈຳເວລາທີ່ຫຍຸ້ງຍາກນັ້ນ. ຕະຫຼອດທັງປີ, ເພິ່ນຄອຍຖ້າ ຮອດບຸນປີໃໝ່, ແລ້ວຖືກະ ເປົາ ເຈ້ຍສາ,ຈ້າງລົດ ລົງໄປຫາ ວັນມຽວ (ຮ່າໂນ້ຍ) ເພື່ອຂາຍໃຫ້ຜູ້ທີ່ຂຽນ ຄຳກອນ. ຫຼາຍເທື່ອ ເພິ່ນພະຍາຍາມ ລົງໄປຫາເມືອງເກົ່າແທ່ງນາມ (ແຂວງ ນາມດິງ) ເພື່ອຊອກຫາຜູ້ທີ່ມັກຮັກໃນການ ຂຽນໜັງສືແລະຫຼາຍຄັ້ງຕ້ອງຖືກະເປົາ ເຈ້ຍສາ ກັບບ້ານ. ດ້ວຍຄວາມຫຍຸ້ງຍາກ, ບໍ່ສາມາດຊອກຫາທາງອອກໃຫ້ ເຈ້ຍສາ ສວຍເກາະ, ທ່່ານນາງ ເຫົ້າໄດ້ວາງແຜນທີ່ຈະເຊົາກັບການເຮັດ ເຈ້ຍສາ.
ແຕ່ໂດຍຄວາມບັງເອີນ, ໃນເວລາທີ່ຫຍຸ້ງຍາກທີ່ສຸດ, ທ່ານ ຈຸກ ໄດ້ພົບປະກັບຄົນໃນກຸ່ມ Zó Project. ແມ່ນກຸ່ມຊາວ ຮ່າໂນ້ຍ ທີ່ມີຄວາມຮັກມັກກັບ ເຈ້ຍສາ ແລະປາດຖະໜາຢາກຮັກສາປະເພນີອັນລ້ຳຄ່າຂອງຊາດ. ຊົມເຊີຍອາຊີບທີ່ ຄອບຄົວທ່ານຈຸກພວມເຮັດ, ເຂົາເຈົ້າໄດ້ສັ່ງຊື້ແລະຂາຍເຈ້ຍສາ ໃຫ້ເພິ່ນ, ໄດ້ນຳນັກທ່ອງທ່ຽວມາຍັງຄອບຄົວ ຂອງເພິ່ນ ເພື່ອສຳຜັດກັບວິທີການເຮັດເຈ້ຍສາແບບດັ້ງເດີມ. ເຂົາເຈົ້າຍັງນໍາເຈ້ຍສາ ທີ່ຄອບຄົວເພິ່ນເຮັດ ໄປວາງ ສະແດງ, ສົ່ງອອກ. ຈາກບັນດາ ໄວໜຸ່ມເຫຼົ່ານີ້, ໂຮງງານ ຜະລິດ ເຈ້ຍສາ ຂອງທ່ານນາງເຫົ້າ ໄດ້ຫຼາຍຄົນຮູ້ຈັກດີແລະຍັງຄົງຕົວຈົນເຖິງປັດຈຸບັນ.
ບັດນີ້, ທ່ານນາງ ເຫົ້າ ບໍ່ມີຄວາມຄິດ ທີ່ຈະລາອອກຈາກອາຊີບອີກແລ້ວ. ເຖິງວ່າ ມັນບໍ່ແມ່ນແຫຼ່ງລາຍຮັບຫຼັກ, ບໍ່ພໍທີ່ ຈະຮັ່ງ, ແຕ່ການເຮັດເຈ້ຍສາ ເຮັດໃຫ້ຄອບຄົວ ມີລາຍຮັບເປັນປົກກະຕິ. ທຸກໆຄັ້ງທີ່ມີຄຳສັ່ງຊື້ສິນຄ້າດ້ວຍຈຳນວນຫຼາຍ, ທ່ານ ຈຸກ ຕ້ອງຈ້າງຊາວບ້ານອີກ3-4ຄົນມາເຮັດຊ່ວຍ. ເງິນຈາກການຂາຍເຈ້ຍສາ ກໍ່ແມ່ນສົມກັບ ເຫື່ອແຮງໃນການເຮັດວຽກ.
ໃນຕອນທ້າຍ ຂອງ ການໂອ້ລົມກັນ, ເມື່ອທຸກຄົນເວົ້າເຖິງຄວາມ ໝາຍ ອັນໃຫຍ່ຫຼວງຂອງການຮັກສາອາຊີບເຮັດເຈ້ຍສາມູນເຊື້ອ, ອາຊີບ ທີ່ມີອາຍຸນັບພັນປີ, ແຕ່ທ່ານຈຸກໄດ້ເວົ້າເຖິງຄວາມປາຖະ ໜາ ອັນແຮງກ້າ ຂອງ ຕົນໃນປັດຈຸບັນ ນັ້ນແມ່ນເພິ່ນຝັນວ່າ ລາຄາຂອງເຈ້ຍສາ ຈະເພີ່ມຂຶ້ນສອງເທົ່າ. ໃນເວລານັ້ນ, ທຸກຄົນສາມາດສ້າງລາຍຮັບຈາກ ອາຊີບເຮັດເຈ້ຍສາ ສູງຂຶ້ນ. ໃນເວລານັ້ນ, ຢູ່ທົ່ວທຸກແຫ່ງເທິງພູອ້ອມເຮືອນ, ຈະພົບເຫັນຮູບພາບຊາວເຜົ່າ ເມື່ອງ ພວມຕັດຕົ້ນປໍສາ, ປອກເປືອກ ແລະ ສຽງຕໍາເປືອກ ປໍສາຈະດັງຂຶ້ນຕະຫຼອດວັນ.
ສະມາຊິກ ຂອງ ກຸ່ມ Zó Project ສະແດງຄວາມດີໃຈ ຕໍ່ເຈ້ຍສາ ພື້ນເມືອງ ທີ່ຜະລິດອອກມາ ໂດຍຄອບຄົວ ທ່ານ ຈຸກ. ພາບ: ຫວຽດເກື່ອງ/VNP
ປະຕິບັດ: ຫວຽດເກື່ອງ - ແປໂດຍ: ຢືຟຽນ