ຂ່າວສານ

ອາກ​ຊັງ​ຕິນ ​ຍື່ນ​ໃບ​ຄຳ​ຮ້ອງ​ຂໍ​ເຂົ້າ​ຮ່ວມ CPTPP

ເລື່ອງ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຈະ​ຊ່ວຍ​ໃຫ້ ອາກ​ຊັງ​ຕິນ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ຕະຫຼາດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ໂລກ, ພ້ອມ​ທັງ​ສ້າງ​ໂອ​ກາດ​ໃຫ້​ການ​ເຄື່ອນ​ໄຫວ​ສົ່ງ​ອອກ, ການ​ລົງ​ທຶນ ແລະ ພັດ​ທະ​ນາ​ຂົງ​ເຂ​ດ​ເອ​ກະ​ຊົນ​ຕື່ມ​ອີກ.
  ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາກ​ຊັງ​ຕິນ Argentina Pablo Quirno (ພາບ: REUTERS/Tomas Cuesta)  

ວັນ​ທີ 02 ມິ​ຖຸ​ນາ​, ທ່ານ Pablo Quirno ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ອາກ​ຊັງ​ຕິນ ແຈ້ງ​ໃຫ້​ຊາບ​ວ່າ ປະ​ເທດ​ນີ້​ຈະ​ຍື່ນ​ໃບ​ຄຳ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສົນ​ທ​ິ​ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວ​ໜ້າ​ຂ້າມ​ປາ​ຊີ​ຟິກ (CPTPP) ​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 03 ມິ​ຖຸ​ນາ, ເຊິ່ງ​ເປັນ​ບາດ​ກ້າວ​ເດີນ​ທີ່​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ເປີດກວ້າງ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ສາ​ກົນ​ຂອງ​ລັດ​ຖະ​ບານ ປະ​ທາ​ນາ​ທິ​ບໍ​ດີ ທ່ານ Javier Milei.

ເມື່ອ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 43 ຂອງ ສະ​ຖາ​ບັນ​ບັນ​ດາ​ນັກ​ບໍ​ລິ​ຫານ​ການ​ເງິນ ອາກ​ຊັງ​ຕິນ (IAEF), ທ່ານ Quirno ໃຫ້​ຮູ້​ວ່າ ສຳ​ເນົາ​ເອ​ກະ​ສານ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ CTTPP ຈະ​ໄດ້​ມອບ​ໃຫ້​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ນິ​ວ​ຊີ​ແລນ. ທ່ານ ​ Quirno ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ອາກ​ຊັງ​ຕິນ ຢັ້ງ​ຢືນ​ວ່າ ເລື່ອງ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຈະ​ຊ່ວຍ​ໃຫ້ ອາກ​ຊັງ​ຕິນ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ຕະຫຼາດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ໂລກ, ພ້ອມ​ທັງ​ສ້າງ​ໂອ​ກາດ​ໃຫ້​ການ​ເຄື່ອນ​ໄຫວ​ສົ່ງ​ອອກ, ການ​ລົງ​ທຶນ ແລະ ພັດ​ທະ​ນາ​ຂົງ​ເຂ​ດ​ເອ​ກະ​ຊົນ​ຕື່ມ​ອີກ.


top