ຂ່າວສານ ອັດເວທີປາໄສ AFF 2026: ມີຫຼາຍຂໍ້ລິເລີ່ມໃຫ້ແກ່ອະນາຄົດຂອງພາກພື້ນ 10/06/2026 ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ (ວັນທີ 9 – 10 ມິຖຸນາ), ດ້ວຍຫຼາຍວາລະປຶກສາຫາລືລົງເລິກ ແລະ ບັນດາຂໍ້ລິເລີ່ມໃໝ່, ຕອນບ່າຍວັນທີ 10 ມິຖຸນາ, ເວທີປາໄສອະນາຄົດ ອາຊຽນ 2026 (AFF 2026) ໄດ້ອັດລົງຢູ່ ຮ່າໂນ້ຍ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈິງ ກ່າວຄຳເຫັນທີ່ພິທີອັດເວທີປາໄສ (ພາບ: qdnd.vn) ເມື່ອກ່າວຄຳເຫັນສະຫຼຸບ ແລະ ອັດເວທີປາໄສ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕີລາຄາວ່າ ບັນດາເນື້ອໃນທີ່ໄດ້ນຳມາປຶກສາຫາລືໃນຂອບເຂດເວທີປາໄສປີນີ້ ລ້ວນແຕ່ແມ່ນບັນດາບັນຫາທີ່ມີຄວາມໝາຍແທດຈິງສຳລັບ ອາຊຽນ ແລະ ບັນດາຄູ່ຮ່ວມມື, ຈາກບັນດາສິ່ງທ້າທາຍໄລຍະຍາວ ຕະຫຼອດຮອດບັນດາບັນຫາຫາກໍ່ພົ້ນເດັ່ນ. ມີຫຼາຍແນວຄິດຄວາມໃໝ່ ໄດ້ຍົກອອກມາ, ໃນນັ້ນ ມີຂໍ້ສະເໜີ ຫັນຈາກຈິນຕະນາການ “Made in ASEAN” (ຜະລິດຢູ່ ອາຊຽນ) ມາເປັນ “Made by ASEAN” (ຜະລິດໂດຍ ອາຊຽນ). ໜຶ່ງໃນບັນດາຈຸດເດັ່ນຂອງເວທີປາໄສອະນາຄົດ ອາຊຽນ 2026 ແມ່ນ ເປັນຄັ້ງທຳອິດຈັດເວທີປາໄສການນຳບັນດານະຄອນ ອາຊີຕາເວັນອອກສ່ຽງໃຕ້, ການສົນທະນາໂຕະມົນລະຫວ່າງບັນດາພັກການເມືອງ ອາຊຽນ, ພ້ອມດ້ວຍບັນດາວາລະປຶກສາຫາລືສຳລັບ ຊາວໜຸ່ມ ແລະ ອະນຸພາກພື້ນແມ່ນ້ຳຂອງ. ບັນດາຂໍ້ລິເລີ່ມນີ້ ໄດ້ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ໃນໝູ່ປະຊາຊົນ, ເພີ່ມທະວີລັກສະນະກວມລວມ ແລະ ຫັນເປົ້າໝາຍສ້າງປະຊາຄົມ ອາຊຽນ ຖືປະຊາຊົນເປັນໃຈກາງໃຫ້ປະກົດຜົນເປັນຈິງ.

ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ (ວັນທີ 9 – 10 ມິຖຸນາ), ດ້ວຍຫຼາຍວາລະປຶກສາຫາລືລົງເລິກ ແລະ ບັນດາຂໍ້ລິເລີ່ມໃໝ່, ຕອນບ່າຍວັນທີ 10 ມິຖຸນາ, ເວທີປາໄສອະນາຄົດ ອາຊຽນ 2026 (AFF 2026) ໄດ້ອັດລົງຢູ່ ຮ່າໂນ້ຍ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈິງ ກ່າວຄຳເຫັນທີ່ພິທີອັດເວທີປາໄສ (ພາບ: qdnd.vn) ເມື່ອກ່າວຄຳເຫັນສະຫຼຸບ ແລະ ອັດເວທີປາໄສ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕີລາຄາວ່າ ບັນດາເນື້ອໃນທີ່ໄດ້ນຳມາປຶກສາຫາລືໃນຂອບເຂດເວທີປາໄສປີນີ້ ລ້ວນແຕ່ແມ່ນບັນດາບັນຫາທີ່ມີຄວາມໝາຍແທດຈິງສຳລັບ ອາຊຽນ ແລະ ບັນດາຄູ່ຮ່ວມມື, ຈາກບັນດາສິ່ງທ້າທາຍໄລຍະຍາວ ຕະຫຼອດຮອດບັນດາບັນຫາຫາກໍ່ພົ້ນເດັ່ນ. ມີຫຼາຍແນວຄິດຄວາມໃໝ່ ໄດ້ຍົກອອກມາ, ໃນນັ້ນ ມີຂໍ້ສະເໜີ ຫັນຈາກຈິນຕະນາການ “Made in ASEAN” (ຜະລິດຢູ່ ອາຊຽນ) ມາເປັນ “Made by ASEAN” (ຜະລິດໂດຍ ອາຊຽນ). ໜຶ່ງໃນບັນດາຈຸດເດັ່ນຂອງເວທີປາໄສອະນາຄົດ ອາຊຽນ 2026 ແມ່ນ ເປັນຄັ້ງທຳອິດຈັດເວທີປາໄສການນຳບັນດານະຄອນ ອາຊີຕາເວັນອອກສ່ຽງໃຕ້, ການສົນທະນາໂຕະມົນລະຫວ່າງບັນດາພັກການເມືອງ ອາຊຽນ, ພ້ອມດ້ວຍບັນດາວາລະປຶກສາຫາລືສຳລັບ ຊາວໜຸ່ມ ແລະ ອະນຸພາກພື້ນແມ່ນ້ຳຂອງ. ບັນດາຂໍ້ລິເລີ່ມນີ້ ໄດ້ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ໃນໝູ່ປະຊາຊົນ, ເພີ່ມທະວີລັກສະນະກວມລວມ ແລະ ຫັນເປົ້າໝາຍສ້າງປະຊາຄົມ ອາຊຽນ ຖືປະຊາຊົນເປັນໃຈກາງໃຫ້ປະກົດຜົນເປັນຈິງ.