ອັດຕາປິ່ນປົວຢ່າງສຳເລັດຜົນຢູ່ ຫວຽດນາມ ໃນປັດຈຸບັນບັນລຸປະມານ 90%, ສູງກວ່າລະດັບສະເລ່ຍທົ່ວໂລກ (88%).
ພິທີສະເຫຼີມສະຫຼອງວັນປ້ອງກັນ, ຕ້ານພະຍາດວັນນະໂລກໂລກ (ພາບ: VTCnews)
ວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ໂຮງໝໍປອດສູນກາງ, ໂຄງການຕ້ານພະຍາດວັນນະໂລກແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນປ້ອງກັນ, ຕ້ານພະຍາດວັນນະໂລກໂລກ ດ້ວຍການເຂົ້າຮ່ວມໂດຍກົງ ແລະ ທາງໄກຢູ່ຫຼາຍສະຖານທີ່ເຊື່ອມຕໍ່ຂອງບັນດາຮາກຖານປິ່ນປົວພະຍາດວັນນະໂລກ ແລະ ພະຍາດປອດໃນທົ່ວປະເທດ. ນີ້ແມ່ນເຫດການສຳຄັນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງຊຸມຊົນກ່ຽວກັບບັນດາຜົນກະທົບຢ່າງຮ້າຍແຮງຂອງພະຍາດວັນນະໂລກຕໍ່ສຸຂະພາບຂອງມະນຸດ, ເສດຖະກິດ ແລະ ສັງຄົມ.
ທ່ານ ປອ. ແພດໝໍອາວຸໂສ ດິງວັນເລື້ອງ, ຜູ້ອຳນວຍການໂຮງໝໍປອດສູນກາງ (ພາບ: nhandan.vn)
ຕາມທ່ານ ປອ. ແພດໝໍອາວຸໂສ ດິງວັນເລື້ອງ, ຜູ້ອຳນວຍການໂຮງໝໍປອດສູນກາງ, ຫົວໜ້າຄະນະບໍລິຫານໂຄງການປ້ອງກັນ, ຕ້ານພະຍາດວັນນະໂລກແຫ່ງຊາດ ຫວຽດນາມ ແລ້ວ, ພະຍາດວັນນະໂລກ ສາມາດປິ່ນປົ່ວໄດ້ຢ່າງສິ້ນເຊີງ ຖ້າກວດພົບເຫັນແຕ່ຫົວທີ ແລະ ມີການປິ່ນປົ່ວຖືກຕ້ອງຕາມຂັ້ນຕອນ. ຄົນເຈັບພຽງແຕ່ປິ່ນປົວພາຍໃນ 6 ເດືອນຫາ 1 ປີ ກໍຫາຍດີ, ບໍ່ເກີດມີຜົນຄຽງຂ້າງ. ອັດຕາປິ່ນປົວຢ່າງສຳເລັດຜົນຢູ່ ຫວຽດນາມ ໃນປັດຈຸບັນບັນລຸປະມານ 90%, ສູງກວ່າລະດັບສະເລ່ຍທົ່ວໂລກ (88%).