ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໄດ້ພິຈາລະນາ ຮັບຮອງເອົາມະຕິຫຼາຍສະບັບກ່ອນທີ່ຈະອັດລົງໃນຕອນບ່າຍວັນທີ 19 ມິຖຸນາ.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV (ພາບ: Quochoi.vn)
ໃນນັ້ນມີມະຕິວ່າດ້ວຍການທົດລອງຈັດຕັ້ງຮູບແບບອຳນາດການປົກຄອງຕົວເມືອງ ແລະ ບາງກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະ ພິເສດຕໍ່ການພັດທະນານະຄອນດ່ານັ້ງ, ມະຕິວ່າດ້ວຍໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030…ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍການຫຼຸດ 30% ອາກອນລາຍຮັບປີ 2020ໃຫ້ແກ່ວິສາຫະກິດທີ່ມີລາຍຮັບຕ່ຳກ່ວາ 200 ຕື້ດົ່ງ (ປະມານ 8,6 ລ້ານ USD). ມະຕິໄດ້ຮັບຮອງເອົາດ້ວຍບັດສະໜັບສະໜູນແມ່ນຫຼາຍກ່ວາ 92%, ມີຜົນສັກສິດພາຍຫຼັງການລົງລາຍເຊັ່ນມາເປັນເວລາ 45 ມື້ ແລະ ໄດ້ນຳໃຊ້ໃຫ້ແກ່ການຄິດໄລ່ອາກອນໃນປີ 2020.
(ແຫຼ່ງຄັດຈາກ VOV)