ຂ່າວສານ

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI: ຢັ້ງ​ຢືນ​ຈິດ​ໃຈ​ກະ​ທຳ ແລະ ຄວາມ​ຕັດ​ສິນ​ໃຈ​ປ່ຽນ​ແປງ​ໃໝ່​ຢ່າງ​ແທ້​ຈິງ

ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​ສ່ວນຫຼາຍ​ໃຫ້​ແກ່​ວຽກ​ງານ​ນິ​ຕິ​ບັນ​ຍັດ, ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ກົດ​ໝາຍ 38 ສະ​ບັບ, ມະ​ຕິ​ດ້ານ​ກົດ​ໝາຍ 5 ສະ​ບັບ, ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ 5 ສະ​ບັບ.
ພິ​ທີ​ອັດ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI (ພາບ: VNA)

ພາຍຫຼັງ​ການ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 27 ວັນ, ຕອນ​ບ່າ​ຍ​ວັນ​ທີ 21 ພະ​ຈິກ, ກອງ​ປະ​ຊຸມ​ສະໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ຈັດ​ວາ​ລະ​ອັດ​ກອງ​ປະ​ຊຸມ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ). ເຂົ້າ​ຮ່ວມ​ພິ​ທີ​ອັດ​ມີ​ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ ເລ​ມິງ​ຮຶງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ໃຫ້​ຮູ້​ວ່າ: ຢູ່ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​ສ່ວນຫຼາຍ​ໃຫ້​ແກ່​ວຽກ​ງານ​ນິ​ຕິ​ບັນ​ຍັດ, ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ກົດ​ໝາຍ 38 ສະ​ບັບ, ມະ​ຕິ​ນິຕິກຳ 5 ສະ​ບັບ, ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ 5 ສະ​ບັບ. ທ່ານ​ໃຫ້​ຮູ້​ວ່າ:

ໃນ​ປີ​ທຳ​ອິດ​ຂອງ​ອາ​ຍຸ​ການ, ຜ່າ​ນກອງ​ປະ​ຊຸມ 3 ຄັ້ງ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ພິ​ຈາ​ລະ​ນາ, ຮັບ​ຮ​ອງ​ເອົາ​ກົດ​ໝາຍ 62 ສະ​ບັບ, ມະ​ຕິນິຕິກຳ16 ສະ​ບັບ, ຢັ້ງ​ຢືນ​ຈິດ​ໃຈ​ກະ​ທຳ ແລະ ຄວາມ​ຕັດ​ສິນ​ໃຈ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ນິ​ຕິ​ບັນ​ຍັດ​ຢ່າງ​ແທ້​ຈິງ, ຫັນ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ເປັນ​ລະ​ອຽດ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ຕົວ​ຈິງ, ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ແລະ ເຈັດ​ຈຳ​ນົງ, ຄວາມ​ມຸ່ງ​ຫວັງຂອງ​ປະ​ຊາ​ຊົນ.

ຢູ່ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາ​ດ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ແຜນ​ນະ​ໂຍ​ບາຍ​ລົງ​ທຶນ 1 ໂຄງ​ການ​ເປົ້າ​ໝາຍ ແລະ 3 ວາລະ​ແຫ່ງ​ຊາດທີ່ສຳຄັນ; ພິ​ຈາ​ລະ​ນາ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ສັງ​ຄົ​ມ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບທີ່​ສຳ​ຄັນ​ອື່ນ ແລະ ຕັດ​ສິນ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ທີ່​ຂຶ້ນ​ກັບ​ສິດ​ອຳ​ນາດ.

ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ລັດ​ຖະ​ບານ, ບັນ​ດາກ​ະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ພາຍຫຼັງ​ກອງ​ປະ​ຊຸມ​ຄັ້ງ​ນີ້,ຈົ່ງ ຮີບເຮັ່ງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ກົດ​ໝາຍ, ມະ​ຕິ​ໂດຍ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ, ເພື່ອ​ໃຫ້​ບັນ​ດາ​ນະ​ໂຍ​ບາຍບາຍຊີ້ຂາດຂອງສະ​ພາ​ແຫ່ງ​ຊາດ​ເຂົ້າ​ສູ່​ຊີ​ວິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຢ່າງ​ມີ​ໄຊ; ສຸມ​ໃສ່​ຢ່າງສູງ, ຕັດ​ສິນ​ໃຈ​ສູ້​ຊົນ​ນຳ​ການ​ເຕີບ​ໂຕ GDP ບັນ​ລຸ​ລະ​ດັບ​ແຕ່ 10%ຂຶ້ນ​ໄປ, ເພື່ອ​ໃຫ້​ປີ 2027 ກາຍ​ເປັນ​ປີ​ບຸກ​ທະ​ລຸ, ສ້າງ​ທ່ວງ​ທ່າ, ກຳ​ລັງ​ຜັກ​ດັນ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ຢ່າງ​ມີ​ໄຊ.


top