ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.
ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ. ທ່ານເລຂາທິການໃຫ່ຍ ໂຕເລີມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ ແລະ ສສຊ ໄດ້ເຂົ້າຮ່ວມ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ສຳເລັດທຸກເນື້ອໃນໂຄງການທີ່ໄດ້ວາງອອກ:
ສະພາແຫ່ງຊາດໄດ້ພິດຈາລະນາ, ປຶກສາຫາລື, ລົງມະຕິຮັບຮອງເອົາກົດໝາຍ 51 ສະບັບ, ມະຕິ 39 ສະບັບ. ນີ້ແມ່ນຈຳນວນຫຼວງຫຼາຍ ກວມເອົາເກືອບ 30% ກົດໝາຍ, ມະຕິທັງໝົດທີ່ໄດ້ປະກາດໃຊ້ຂອງທັງອາຍຸການ. ບັນດາກົດໝາຍ, ມະຕິໄດ້ຮັບຮອງເອົາທັງຕອບສະໜອງຄຳຮຽກຮ້ອງຂອງສະພາບຕົວຈິງ, ທັງສ້າງຂອບເຂດນິຕິກຳໃຫ້ແກ່ໄລຍະໃໝ່.
ເບິ່ງຄືນອາຍຸການ 5 ປີຜ່ານມາ, ທ່ານປະທານນສະພາແຫ່ງຊາດ ເຈິ່ນແທັງເໝີ້ນກໍ່ເນັ້ນໜັກວ່າ: ເຖິງວ່າໄດ້ປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ນັບແຕ່ໂລກລະບາດໂຄວິດໃນຕົ້ນອາຍຸການ ຮອດໄພທຳມະຊາດ, ພະຍຸນ້ຳຖ້ວມໃນທ້າຍອາຍຸການ, ສະພາແຫ່ງຊາດຊຸດທີ 15 ໄດ້ປັບຕົວຢ່າງມີໄຫວພິບ, ຮັກສາຄວາມສາມັກຄີ ແລະ ບັນລຸໄດ້ໝາກຜົນຮອບດ້ານ. ທ່ານຢັນຢັນວ່າ ສະພາແຫ່ງຊາດຈະມານະພະຍາຍາມ ຕັດສິນໃຈສູງກ່ວາອີກ ເພື່ອ ປຊຊ, ເພື່ອປະເທດຊາດ, ປະກອບສ່ວນສຳຄັນເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.