ຕອນບ່າຍວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະຕິບັດສຳເລັດລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 42.
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນອັດກອງປະຊຸມ (ພາບ: quochoi.vn)
ເມື່ອກ່າວຄຳເຫັນອັດກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ຊີ້ແຈ້ງວ່າ ໃນກອງປະຊຸມນີ້ (ໂດຍເລີ່ມດຳເນີນແຕ່ວັນທີ 5 ກຸມພາ), ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາຫຼາຍເນື້ອໃນ, ໃນນັ້ນ ມີ 16 ເນື້ອໃນເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ເຊິ່ງຈະໄຂຂຶ້ນໃນວັນທີ 12 ກຸມພາ ແລະ 2 ເນື້ອໃນຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມນັດສາມັນຄັ້ງທີ 9, ຈຸດສຸມແມ່ນຮັບໃຊ້ການສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດລັດ. ໄປຄຽງຄູ່ກັນນັ້ນ, ຄະນະປະຈຳສະພາແຫ່ງຊາດ ກໍໄດ້ປະກອບຄຳເຫັນໃສ່ບັນດາເນື້ອໃນຈຸດສຸມ, ຮີບດ່ວນ ໂດຍລັດຖະບານຍື່ນສະເໜີມາ, ແນໃສ່ແກ້ໄຂຈຸດອຸດຕັນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະສຳລັບໂຄງການ, ກິດຈະກຳຈຳນວນໜຶ່ງ.
ທ່ານປະທານສະພາແຫ່ງຊາດກໍຮຽກຮ້ອງໃຫ້ບັນດາອົງການສຸມໃສ່ສັບຊ້ອນກົງຈັກໃຫ້ກະທັດລັດ, ພ້ອມທັງເປັນເຈົ້າການຜັນຂະຫຍາຍວຽກງານຮັບປະກັນການເຄື່ອນໄຫວຂອງບັນດາອົງການ, ສຳນັກງານໃຫ້ດຳເນີນຢ່າງຕໍ່ເນື່ອງ, ບໍ່ຖືກຂາດວັກຂາດຕອນ; ປະຕິບັດລະບອບ, ນະໂຍບາຍສຳລັບພະນັກງານ, ລັດຖະກອນ, ພາລະກອນທີ່ຖືກຜົນກະທົບຈາກການສັບຊ້ອນນີ້ໃຫ້ເປັນຢ່າງດີ.