ຂ່າວສານ

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ສູນ​ກາງກໍ່​ຮັບ​ຮອງ​ເອົາຂໍ້​ກຳ​ນົດ​ກ່ຽວ​ກັບ​ສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ສົ່ງ​ເສີມ​ເຮັດ​ຮັ່ງ​ມີ​ທີ່​ຊອບ​ທຳ ຕິດ​ພັນ​ກັບ​ການ​ຮັກ​ສານ​ແທດ​ແທ້​ຂອງ​ພັກ, ກໍ່​ສ້າງ​ພັກ​ໃນ​ເຂດນອກ​ລັດ.
  ພິທີປິດກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ 14. (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 8 ຕຸ​ລາ, ຢູ່າ​ສຳ​ນັກ​ງານ​ສູນ​ກາງ​ພັກ​ທີ່ ​ຮ່າ​ໂນ້ຍ, ​ໄດ້​ອັດກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14 ​ພາຍຫຼັງ​ໄດ້​ເຮັດ​ວຽກ​ມາ​ເປັນ​ເວ​ລາ 4 ວັນ (ແຕ່​ວັນ​ທີ 5-8 ຕຸ​ລາ). ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ກ່າວ​ຄຳ​ເຫັນ​ເນັ້ນ​ນັກຫຼາຍ​ບັນ​ຫາ​ສຳ​ຄັນ​ທີ່​ສູນ​ກາງ​ໄດ້​ຮັບ​ຮອງ​ເອົາ. ຕາມທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ, ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ຫັນ​ເປັນ​ລະ​ອຽດ​ບາດ​ກ້າວ​ສຳ​ຄັນ ມະ​ຕິ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ 14 ຂອງ​ພັກ, ຕິດ​ພັນ​ການກໍ່​ສ້າງ​ພັກ ກັບ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ບັນ​ດາ​ລັດ​ຖະ​ນະ​ໂຍ​ລາຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ, ປະ​ຕິ​ບັດ, ເຕົ້າ​ໂຮມ​ກຳ​ລັງ​ທົ່ວ​ບວງ​ຊົນ​ທັງ​ຊາດ.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ 5 ໝາກ​ຜົນ​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ. ສູນ​ກາງ​ໄດ້​ເປັນ​ເອ​ກະ​ພາບ​ກຳ​ນົດ​ທິດ​ຄົ້ນ​ຄ້​ວາ​ບັນ​ດາ​ບັນ​ຫາ​ພື້ນ​ຖານ​ຂອງ​ພັກ ແລະ ເສັ້ນ​ທາງ​ພັດ​ທະ​ນາ​ຍາວ​ນານ​ຂອງ​ປະ​ເທດ​ຊາດ. ສູນ​ກາງ​ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ໂຄງ​ການ​ສະ​ຫລຸບ 100 ປີ​ພັກ​ນຳ​ພາ​ການ​ປະ​ຕິ​ວັດ ຫວຽດ​ນາມ, ກຳ​ນົດ​ທິດ​ຊີ້​ນຳ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ 100 ປີ​ຕໍ່​ໄປ; ສະ​ຫລຸບ 40 ປີ​ປະ​ຕະ​ບັດ​ໂຄງ​ການກໍ່​ສ້າງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂຶ້ນ​ລັດ​ທິ​ສັງ​ຄົມ​ນິ​ຍົມ, ຄົ້ນ​ຄ້​ວາ​ປັບ​ປຸງ​ກົດ​ລະ​ບຽບ​ພັກ. ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ສະ​ຫລຸບ​ພຶດ​ຕິ​ກຳ​ຕົວ​ຈິງ, ພັດ​ທະ​ນາ​ສ​ທິດ​ສະ​ດີ ແລະ ສຳ​ເລັດ​ພື້ນ​ຖານ​ອົງ​ການ​ຈັດ​ຕັ້ງ​ຂອງ​ພັກ.

ສູນ​ກາງກໍ່​ຮັບ​ຮອງ​ເອົາຂໍ້​ກຳ​ນົດ​ກ່ຽວ​ກັບ​ສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ສົ່ງ​ເສີມ​ເຮັດ​ຮັ່ງ​ມີ​ທີ່​ຊອບ​ທຳ ຕິດ​ພັນ​ກັບ​ການ​ຮັກ​ສານ​ແທດ​ແທ້​ຂອງ​ພັກ, ກໍ່​ສ້າງ​ພັກ​ໃນ​ເຂດນອກ​ລັດ.

ຕາມທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ, ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ຂອງກອງ​ປະ​ຊຸມ​ຕ້ອງ​ໄດ້​ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ, ຕິດ​ພັ​ນ​ການກໍ່​ສ້າງ​ພັກ​ກັບ​ການ​ພັດ​ທະ​ນາ​ປະ​ເທດ​ຊາ​ດ. ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ຜັນ​ຂະ​ຫຍາຍ 3 ໜ້າ​ທີ່: ຫັນ​ເປັນ​ລະ​ອຽດຢ່າງ​ຄົບ​ຖ້ວນ, ຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ທັນ​ການ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ຂອງກອງ​ປະ​ຊຸມ: ສຳ​ລັດ​ສູງ​ສຸດ​ໜ້າ​ທີ່​ປີ 2026, ສ້າງ​ພື້ນ​ຖານ​ເພື່ອ​ໃຫ້​ປີ 2027 ບຸກ​ທະ​ລຸ, ເພີ່ມ​ທະ​ວີ​ການກວດ​ກາ, ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ ປ​ຊ​ຊ.


top