ລາຍການດັ່ງກ່າວແມ່ນໂຄງການໜູນຊ່ວຍມະນຸດສະທຳ ແລະ ຮັບມືກັບໄພພິບັດນາໆຊາດປະຈຳປີໃຫຍ່ທີ່ສຸດຂອງກອງທັບເຮືອ ອາເມລິກາ ຢູ່ພາກພື້ນມະຫາສະໜຸດ ອິນເດຍ - ປາຊີຟິກ.
ທ່ານ ຮວ່າງນາມ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈິ. (ພາບ: VNA)
ຕອນຄ່ຳວັນທີ 03 ກໍລະກົດ, ຄະນະກຳມະການປະຊາຊົນແຂວງ ກວາງຈິ ໄດ້ສົມທົບກັບບັນດາຄູ່ຮ່ວມມື ອາເມລິກາ ຈັດພິທີອັດໂຄງການຄູ່ຮ່ວມມືມະຫາສະໝຸດ ປາຊີຟິກ - ເພື່ອມນິດ ມະຫາສະໝຸດ ປາຊີຟິກ ປີ 2026 ຢູ່ແຂວງ ກວາງຈິ.
ລາຍການດັ່ງກ່າວແມ່ນໂຄງການໜູນຊ່ວຍມະນຸດສະທຳ ແລະ ຮັບມືກັບໄພພິບັດນາໆຊາດປະຈຳປີໃຫຍ່ທີ່ສຸດຂອງກອງທັບເຮືອ ອາເມລິກາ ຢູ່ພາກພື້ນມະຫາສະໜຸດ ອິນເດຍ - ປາຊີຟິກ. ປີ 2026, 2 ໂຄງການດັ່ງກ່າວໄດ້ສົມທົບກັນເປັນໂຄງການຄູ່ຮ່ວມມືມະຫາສະໝຸດ ປາຊີຟິກ - ເພື່ອມນິດ ມະຫາສະໝຸດ ປາຊີຟິກ 2026 (PP-PF 26), ຈັດຂຶ້ນແຕ່ວັນທີ 22 ມິຖຸນາ ຮອດວັນທີ 06 ກໍລະກົດ 2026 ຢູ່ຫຼາຍທ້ອງຖິ່ນໃນບໍລິເວນແຂວງ ກວາງຈິ. ທ່ານ ຮວ່າງນາມ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈິ, ໃຫ້ຮູ້ວ່າ:
“ໂຄງການປີນີ້ຈັດຂຶ້ນໃນຈຸດເວລາທີ່ແຂວງ ກວາງຈິ ຈັດງານບຸນເພື່ອສັນຕິພາບປີ 2026. ງານພົບປະນີ້ມີຄວາມໝາຍເລິກເຊິ່ງ, ຍ້ອນພວກເຮົາພວມພ້ອມກັນຢືນຢັນສານຂໍ້ຄວາມລວມທີ່ວ່າ: ສັນຕິພາບບໍ່ພຽງແຕ່ແມ່ນຄວາມຄາດຫວັງເທົ່ານັ້ນ, ຫາກຍັງແມ່ນພື້ນຖານເພື່ອໃຫ້ບັນດາຊາດຮ່ວມມື, ພັດທະນາ ແລະ ພ້ອມກັນມຸ່ງໄປເຖິງອະນາຄົດອັນດີງາມກວ່າ”.