ຂ່າວສານ

ອັດວາລະປະຊຸມເທື່ອທີ 6 ຄະນະປະຈຳສະພາແຫ່ງຊາດ

ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີໃຫ້ບັນດາອົງການຮີບເຮັງຮັບເອົາຄຳຄິດເຫັນທີ່ໄດ້ເປັນເອກະພາບທີ່ວາລະປະຊຸມ, ສ້າງບັນດາເນື້ອໃນໃຫ້ສົມບູນແບບ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ກ່າວ​ຄຳ​ເຫັນທີ່ວາລະອັດ​ (ພາບ: VNA)

​ພາຍຫຼັງຈາກເຮັດວຽກເປັນເວລາ 6 ມື້, ຕອນເຊົ້າວັນທີ 30 ກັນຍາ, ຢູ່ ຮ່າໂນ້ຍ ຄະນະປະຈຳສະພາແຫ່ງຊາດຈັດ​ພິ​ທີ​ອັດ​ວາ​ລະ​ປະ​ຊຸມ​ເທື່ອ​ທີ 6. ໃນບົດກ່າວ​ປາ​ໄສ​ອັດກອງປະຊຸມ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ໄດ້​ສະ​ເໜີໃຫ້ບັນດາອົງການ​ຮີບ​ເຮັງ​ຮັບເອົາ​ຄຳຄິດເຫັນທີ່​ໄດ້​ເປັນ​ເອ​ກະ​ພາບ​ທີ່​ວາ​ລະ​ປະ​ຊຸມ, ສ້າງ​ບັນ​ດາ​ເນື້ອ​ໃນ​ໃຫ້​ສົມ​ບູນ​ແບບ, ໂດຍສະເພາະແມ່ນຮ່າງກົດໝາຍສະ​ບັບ​ຕ່າງ​ໆ.

"ຂ້າພະເຈົ້າໃສ່ໃຈເປັນພິເສດຕໍ່ຄວາມຮຽ​ກ​ຮ້ອງກວດ​ກາຄືນຄວາມ​ເປັນ​ເອ​ກະ​ພາບ, ຄົ​ບ​ຊຸດ​ລະ​ຫວ່າງ​ບັນ​ດາ​ຮ່າງ​ກົດ​ໝາຍ, ໂດຍສະເພາະແມ່ນໃນສະພາບການ ການແກ້ໄຂ, ເພີ່ມເຕີມພ້ອມ​ດຽວ​ກັນຫຼາຍ​ຂໍ້​ກຳ​ນົດທີ່ກ່ຽວຂ້ອງໂດຍກົງເຊິ່ງ​ກັນ ​ແລະ​ກັນ​. ແຕ່ລະ​ຮ່າງກົດ​ໝາຍຕ້ອງຖືກ​ຈັດ​ໃນ​ລະບົບກົດໝາຍລວມ; ກວດ​ກາ​ຄືນ​ບັນ​ດາ​ຂໍ້​ກຳ​ນົດ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຊິ່ງ​ກັນ​ແລະ​ກັນ, ກ່ຽວ​ຂ້ອງ​ກັນ​ຢ່າງ​ລະ​ອຽດ​ເພື່ອ​ຮັບ​ປະ​ກັນ​ວ່າ ເມື່ອປັບປຸງລະບຽບ​ຂໍ້​ກຳ​ນົດນີ້ບໍ່ປະ​ໃຫ້​ເກີດມີຊ່ອງຫວ່າງ, ​ທັບຊ້ອນກັນ ຫຼື ມີຄວາມ​ເຂົ້າ​ໃຈ​ທີ່ແຕກຕ່າງກັນ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ."

ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ, ຄະນະປະຈຳສະພາແຫ່ງຊາດໄດ້​ປະ​ກ​ອບ​ຄຳຄິດເຫັນ​ໃສ່ຮ່າງກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ); ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນ.


top