ຂ່າວສານ

ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 682 ອັດຖິໄດ້ທ້ອນໂຮມຢູ່ສວນສາທາລະນາ ເລທິຣຽງ

ກຳລັງປະຕິບັດໜ້າທີ່ໄດ້ຂຸດດິນກວ່າ 500 ແມັດກ້ອນ, ພ້ອມກັນນັ້ນ ກໍ່ເປີດກວ້າງເຂດຊອກຫາຢູ່ເຂດ B.
  ກຳລັງທະ​ຫານຂອງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ​ພວມ​ຊອກ​ຫາຢູ່ເຂດ B (ພາບ: VNA)  

ວັນທີ 30 ກັນຍາ, ​ບັນ​ດາກຳລັງຂຶ້ນ​ກັບກອງ​ທ້ອນ​ໂຮມອັດຖິນັກຮົບເສຍ​ສະຫຼະຊີວິດເພື່ອຊາດ ຂອງກອງບັນຊາການນະຄອນ ໂຮ່ຈິມິນ ສືບຕໍ່ຜັນ​ຂະ​ຫຍາຍ​ການ​ຊອກ​ຫາ, ທ້ອນ​ໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດ B, ສວນສາ​ທາ​ລະນະ ເລທິຣຽງ.

ພາຍໃນ​ມື້, ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ຂຸດ​ດິນກວ່າ 500 ແມັດກ້ອນ, ພ້ອມ​ກັນ​ນັ້ນ ກໍ່​ເປີດກວ້າງ​ເຂດ​ຊອກ​ຫາ​ຢູ່​ເຂດ B. ກອງບັນຊາການນະຄອນ ໂຮ່ຈິມິນ ໄດ້ລະດົມພາຫະນະເພື່ອຮັບ​ໃຊ້​ການຂຸດ, ຂົນດິນ, ຮັບປະກັນຄວາມຄືບ​ໜ້າໃນການ​ປ​ະ​ຕິ​ບັດ. ໝາກ​ຜົນ​ແມ່ນ, ວັນທີ 30 ກັນຍາ ​ຢູ່ເຂດ B, ​ກຳ​ລັງປະ​ຕິ​ບັດ​ໜ້າ​ທີ່​ໄດ້​ຊອກ​ຫາ, ທ້ອນ​ໂຮມອັດຖິນັກຮົບເສຍ​ສະຫຼະຊີວິດເພື່ອຊາດ 10 ອັດ​ຖິ ພ້ອມກັບ​ວັດ​ຖຸ​ຕິດຕົວ 2 ຊຸດ. ​ນັບແຕ່ວັນທີ 23 ມິຖຸນາ ຫາວັນທີ 30 ກັນຍາ, ​ບັນ​ດາ​ກຳ​ລັງ​ໄດ້​ຊອກ​ຫາ, ທ້ອນ​ໂຮມອັດຖິນັກຮົບເສຍ​ສະຫຼະ​ຊີ​ວິດເພື່ອຊາດ ໄດ້ລວມທັງໝົດ 682 ​ອັດ​ຖິ, ໃນນັ້ນ​ມີ​ເຄື່ອງ​ຕິດ​ຕົວພ້ອມ 301 ຊຸດ.


top