ຄະນະບໍລິຫານງານສູນກາງພັກເຫັນດີເປັນເອກະພາບຕີລາຄາວ່າ: 40 ປີແຫ່ງການປ່ຽນແປງໃໝ່, ໃນນັ້ນ ມີການປະກອບສ່ວນຢ່າງພົ້ນເດັ່ນຂອງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII, ແມ່ນໝາກຜົນຂອງທັງຂະບວນວິວັດພະຍາຍາມສູ້ຊົນຢ່າງໝັ້ນໜຽວ, ຕໍ່ເນື່ອງ, ຂ້ຽວຂາດ, ແມ່ນຜະລິດຕະພັນລວບລວມຂອງນ້ຳໃຈ, ເຈດຈຳນົງຊົນຊາດກັບພັກ, ລັດ, ປະຊາຊົນ.
ພິທີອັດກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກຊຸດທີ XIII
ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ (22 – 23 ທັນວາ), ຕອນເຊົ້າວັນທີ 23 ທັນວາ, ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ອັດລົງຢູ່ ຮ່າໂນ້ຍ. ກ່າວຄຳເຫັນອັດກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເນັ້ນໜັກວ່າ ຄະນະບໍລິຫານງານສູນກາງພັກເຫັນດີເປັນເອກະພາບຕີລາຄາວ່າ: 40 ປີແຫ່ງການປ່ຽນແປງໃໝ່, ໃນນັ້ນ ມີການປະກອບສ່ວນຢ່າງພົ້ນເດັ່ນຂອງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII, ແມ່ນໝາກຜົນຂອງທັງຂະບວນວິວັດພະຍາຍາມສູ້ຊົນຢ່າງໝັ້ນໜຽວ, ຕໍ່ເນື່ອງ, ຂ້ຽວຂາດ, ແມ່ນຜະລິດຕະພັນລວບລວມຂອງນ້ຳໃຈ, ເຈດຈຳນົງຊົນຊາດກັບພັກ, ລັດ, ປະຊາຊົນ. ຄະນະບໍລິຫານງານສູນກາງພັກ ກຳນົດວ່າ ໃນໄລຍະປະຕິວັດໃໝ່, ຕ້ອງສຸມໃສ່ປະຕິບັດ 3 ບຸກທະລຸຍຸດທະສາດ, ນັ້ນແມ່ນ:
“ນັ້ນແມ່ນບຸກທະລຸຢ່າງແຮງກ່ຽວກັບລະບອບລະບຽບການພັດທະນາ; ຍູ້ແຮງການແບ່ງຂັ້ນແບ່ງສິດ; ຊຸກຍູ້ບຸກທະລຸກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ; ພັດທະນາຄວາມສາມາດຜະລິດໃໝ່, ບັນດາຮູບແບບ, ແບບວິທີຜະລິດດຳເນີນທຸລະກິດໃໝ່. ສຸມໃສ່ຫັນປ່ຽນໂຄງປະກອບ, ຍົກສູງຄຸນນະພາບຂອງບຸກຄະລາກອນ; ພັດທະນາບຸກຄະລາກອນທີ່ມີຄຸນນະພາບສູງ, ມີລະດັບຄວາມຮູ້ສູງ, ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ; ປ່ຽນແປງໃໝ່ວຽກງານພະນັກງານຢ່າງແຮງ, ສົ່ງເສີມ ແລະ ປົກປ້ອງພະນັກງານຜູ້ທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າທຳ, ກ້າຮັບຜິດຊອບ, ກ້າເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ. ສືບຕໍ່ປັບປຸງໂຄງປະກອບພື້ນຖານໂຄງລ່າງເສດຖະກິດ - ສັງຄົມໃຫ້ສົມບູນແບບ, ຄົບຊຸດ ແລະ ມີຄວາມບຸກທະລຸຢ່າງແຮງ, ໂດຍສະເພາະແມ່ນພືີ້ນຖານໂຄງລ່າງຄົມມະນາຄົມ, ໂຄງລ່າງເຕັກໂນໂລຢີ ແລະ ໂຄງລ່າງພະລັງງານ.”
ຄະນະບໍລິຫານງານສູນກາງພັກ ກໍເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານກ່ຽວກັບວຽກງານບຸກຄະລາກອນເພື່ອລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.