ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 11, ອາຍຸການ 2026 – 2031 ໄດ້ຈັດວາລະອັດກອງປະຊຸມ.
(ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 11)
ໃນເວລາຈັດກອງປະຊຸມໃຫຍ່ (ແຕ່ວັນທີ 11 – 13 ພຶດສະພາ), ດ້ວຍຫົວຂໍ້ “ສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃໝ່ - ປະດິດຄິດສ້າງ - ພັດທະນາ”, ກອງປະຊຸມໃຫຍ່ໄດ້ປຶກສາຫາລື, ຕີລາຄາສະພາບການປະຊາຊົນທຸກຊັ້ນວັນນະ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງພາວະວິໄສ, ຮອບດ້ານ; ໝາກຜົນການປະຕິບັດມະຕິ, ໂຄງການກະທຳຂອງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 10, ໄລຍະ 2024 – 2026, ເປັນເອກະພາບທິດທາງ, ເປົ້າໝາຍ, ໂຄງການກະທຳຂອງແນວໂຮມປະເທດຊາດ ຫວຽດນາມ ອາຍຸການ 2026 – 2031…
ຮ່າງບົດລາຍງານການເມືອງຍື່ນສະເໜີກອງປະຊຸມໃຫຍ່ໄດ້ເນັ້ນໜັກວ່າ ໄລຍະ 2024 – 2026, ແນວໂຮມປະເທດຊາດ ຫວຽດນາມ ໄດ້ເສີມຂະຫຍາຍບົດບາດແກ່ນສານດ້ານການເມືອງໃນການປັບປຸງ ແລະ ເສີມຂະຫຍາຍກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງແຮງ, ຢືນຢັນບົດບາດ, ໜ້າທີ່ຄວາມຮັບຜິດຊອບຕໍ່ພັກ, ລັດ ແລະ ປະຊາຊົນ.
ກອງປະຊຸມໄດ້ວາງອອກ 7 ໂຄງການກະທຳ ອາຍຸການ 2026 – 2031, ໃນນັ້ນມີການຍູ້ແຮງວຽກງານໂຄສະນາ, ຂົນຂວາຍ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະ, ເພີ່ມທະວີຄວາມເຫັນດີເຫັນພ້ອມໃນປະຊາຊົນ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ເປັນຜູ້ຕາງໜ້າ, ປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ, ຊອບທຳຂອງປະຊາຊົນ…
ພາຍຫຼັງວາລະອັດກອງປະຊຸມ, ທ່ານນາງ ຮ່າທິງາ, ຮອງປະທານ, ເລຂາທິການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເປັນປະທານການຖະແຫຼງຂ່າວກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່.
ເມື່ອຕອບຄຳຖາມຕໍ່ບັນດາອົງການສື່ມວນຊົນກ່ຽວກັບມາດຕະການແກ້ໄຂເພື່ອສືບຕໍ່ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ໃນຮູບແບບການເຄື່ອນໄຫວໃໝ່, ທ່ານນາງ ຮ່າທິງາ ໃຫ້ຮູ້ວ່າ:
“ບົດບາດແກ່ນສານຂອງແນວໂຮມແມ່ນການເຈລະຈາ, ເປັນເອກະພາບການກະທຳ ແລະ ບໍລິຫານການເຄື່ອນໄຫວລະຫວ່າງບັນດາອົງການສະມາຊິກ. ໃນໄລຍະຈະມາເຖິງ, ພ້ອມກັບການປັບປຸງຂໍ້ກຳນົດ ແລະ ລະບຽບກຳນົດການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ພ້ອມກັບບັນດາອົງການການເມືອງ - ສັງຄົມ, ແນ່ນອນວ່າຈະເຮັດແຈ້ງບົດບາດປະສານງານ, ເປັນປະທານຂອງແນວໂຮມ, ກໍ່ຄືເນື້ອໃນການສົມທົບ ຫຼື ການເຄື່ອນໄຫວເປັນເອກະລາດຂອງບັນດາອົງການຈັດຕັ້ງສາມາຊິກ”.