ຂ່າວສານ

ອັດກອງປະຊຸມສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 12 ຊຸດທີ XII

      ພາຍຫລັງເຮັດວຽກມາເປັນເວລາ 4 ວັນ, ກອງປະຊຸມຄະນະບໍລິຫານງານສູນກາງພັກ ຊຸດທີ 12 ໄດ້ສຳເລັດເນື້ອໃນຕາມແຜນການວາງອອກ ແລະໄດ້ອັດລົງໃນຕອນບ່າຍວັນທີ 14 ພຶດສະພາ.

ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ
ພາບ:vietnam+
      ທີ່ກອງປະຊຸມ, ສູນກາງພັກ ໄດ້ພິຈາລະນາ ຕົກລົງທິດທາງວຽກງານບຸກຄະລາກອນ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ທິດທາງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ພ້ອມທັງໃຫ້ຄຳເຫັນກ່ຽວກັບບາງບັນຫາສຳຄັນອື່ນ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມຫງວຽນຟູຈ້ອງ ໄດ້ລວບລວມບັນດາໝາກຜົນຕົ້ນຕໍຂອງກອງປະຊຸມ ແລະເນັ້ນຫນັກບາງບັນຫາເພື່ອເປັນເອກະພາບຊີ້ນຳ ຜັນຂະຫຍາຍປະຕິບັດ. ກ່ຽວກັບຄຳຮຽກຮ້ອງກໍ່ສ້າງຄະນະບໍລິຫານງານສູນກາງພັກຊຸດທີ XIII, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມເນັ້ນຫນັກວ່າ:
ຊຸມປີຈະມາເຖິງ ສະພາບການໂລກ ແລະພາກພື້ນ ຄາດວ່າ ຈະສືບຕໍ່ມີການຜັນແປຢ່າງສັບສົນວ່ອງໄວ ຍາກທີ່ຈະຄາດຄະເນໄດ້, ສ້າງກາລະໂອກາດ, ຄວາມສະດວກ ຄວາມຫຍຸ້ງຍາກ ສິ່ງທ້າທາຍ, ວາງອອກຫລາຍບັນຫາໃຫມ່, ຄຳຮຽກຮ້ອງຕ້ອງການໃຫມ່ສຳລັບພາລະກິດປ່ຽນໃຫມ່, ພັດທະນາປະເທດຊາດ ແລະປົກປັກຮັກສາເອກະລາດ ອະທິປະໄຕ ເອກະພາບ ຜືນແຜນດິນອັນຄົບຖ້ວນຂອງປະເທດຊາດ. ຕໍ່ຫນ້າສະພາບການນັ້ນ ຍິ່ງກວ່າເວລາໃດໝົດ ຕ້ອງຮັກສາເນື້ອແທ້ປະຕິວັດ ແລະວິທະຍາສາດ  ສະຫນິດຕິດພັນກັບປະຊາຊົນ ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນ. ຄະນະບໍລິຫານງານສູນກາງພັກຊຸດທີ XIII ຕ້ອງເປັນໝູ່ຄະນະມີຄວາມສາມັກຄີກັນ, ປອດໃສ, ໝັ້ນຄົງເຂັ້ມແຂງ.
ສູນກາງພັກເຫັນດີຕໍ່ການກຳນົດມາດຕະຖານຄະນະກຳມະການສູນກາງພັກຊຸດທີ XIII ຕ້ອງອີງໃສ່ມາດຕະຖານລວມ ໂດຍໄດ້ກຳນົດໃນບັນດາມະຕິຕົກລົງຂອງພັກ.
 (ແຫຼ່ງຄັດຈາກ VOV)

 

top