ຂ່າວສານ ອັດກອງປະຊຸມຄັ້ງທີ 40 ຂອງສະພາສິດທິມະນຸດສະຫະປະຊາຊາດ 24/03/2019 ໃນລະຫວ່າງວັນທີ 21 – 22 ມີນາ, ທີ່ສຳນັກງານສະຫະປະຊາຊາດຢູ່ ເຊີແນວ, ປະເທດ ສະວິດ, ສະພາສິດທິມະນຸດສະຫະປະຊາຊາດໄດ້ດຳເນີນບັນດາວາລະປຶກສາຫາລືສຸດທ້າຍ, ຮັບຮອງເອົາມະຕິ 29 ສະບັບໃນກອງປະຊຸມນັດສາມັນຄັ້ງທີ 40. ໃນການເຮັດວຽກມາເປັນເວລາ 4 ອາທິດ, ສະພາສິດທິມະນຸດໄດ້ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງສິດຂອງເດັກນ້ອຍ, ຄົນພິການ, ສິດມີເຮືອນຢູ່, ສິດສະບຽງອາຫານ ພ້ອມດ້ວຍບັນດາບັນຫາອື່ນໆ. ທາງສະພາກໍ່ໄດ້ພິຈາລະນະສະພາບການສິດທິມະນຸດຢູ່ບາງປະເທດຄື: ມຽນມາ, ສປປ.ເກົາຫຼີ, ຊີຣີ, ຊູດັງໃຕ້, ອີຣານ…ແລະ ປຶກສາຫາລືບັນດາມາດຕະການ ເພີ່ມທະວີການໜູນຊ່ວຍດ້ານເຕັກນິກໃຫ້ແກ່ບັນດາປະເທດສາທາລະນະລັດ ປະຊາທິປະໄຕ ກົງໂກ, ຢູແກຼນ, ມາລີ… ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນສ້າງເນື້ອໃນຫລາຍຢ່າງເຂົ້າໃນຮ່າງມະຕິ, ເຂົ້າຮ່ວມເປັນຜູ້ສະໜັບສະໜູນຊ 3 ມະຕິກ່ຽວກັບສິດສະບຽງອາຫານ, ສິດວັດທະນະທຳ ແລະ ຜົນກະທົບຈາກໜີ້ຕ່າງປະເທດ ແລະ ບັນດາການຜູກມັດດ້ານການເງິນສາກົນອື່ນສຳລັບເລື່ອງໄດ້ຊົມໃຊ້ສິດທິມະນຸດ. (ແຫຼ່ງຄັດຈາກ VOV)

ໃນລະຫວ່າງວັນທີ 21 – 22 ມີນາ, ທີ່ສຳນັກງານສະຫະປະຊາຊາດຢູ່ ເຊີແນວ, ປະເທດ ສະວິດ, ສະພາສິດທິມະນຸດສະຫະປະຊາຊາດໄດ້ດຳເນີນບັນດາວາລະປຶກສາຫາລືສຸດທ້າຍ, ຮັບຮອງເອົາມະຕິ 29 ສະບັບໃນກອງປະຊຸມນັດສາມັນຄັ້ງທີ 40. ໃນການເຮັດວຽກມາເປັນເວລາ 4 ອາທິດ, ສະພາສິດທິມະນຸດໄດ້ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງສິດຂອງເດັກນ້ອຍ, ຄົນພິການ, ສິດມີເຮືອນຢູ່, ສິດສະບຽງອາຫານ ພ້ອມດ້ວຍບັນດາບັນຫາອື່ນໆ. ທາງສະພາກໍ່ໄດ້ພິຈາລະນະສະພາບການສິດທິມະນຸດຢູ່ບາງປະເທດຄື: ມຽນມາ, ສປປ.ເກົາຫຼີ, ຊີຣີ, ຊູດັງໃຕ້, ອີຣານ…ແລະ ປຶກສາຫາລືບັນດາມາດຕະການ ເພີ່ມທະວີການໜູນຊ່ວຍດ້ານເຕັກນິກໃຫ້ແກ່ບັນດາປະເທດສາທາລະນະລັດ ປະຊາທິປະໄຕ ກົງໂກ, ຢູແກຼນ, ມາລີ… ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນສ້າງເນື້ອໃນຫລາຍຢ່າງເຂົ້າໃນຮ່າງມະຕິ, ເຂົ້າຮ່ວມເປັນຜູ້ສະໜັບສະໜູນຊ 3 ມະຕິກ່ຽວກັບສິດສະບຽງອາຫານ, ສິດວັດທະນະທຳ ແລະ ຜົນກະທົບຈາກໜີ້ຕ່າງປະເທດ ແລະ ບັນດາການຜູກມັດດ້ານການເງິນສາກົນອື່ນສຳລັບເລື່ອງໄດ້ຊົມໃຊ້ສິດທິມະນຸດ. (ແຫຼ່ງຄັດຈາກ VOV)