ຂ່າວສານ

ອະ​ນຸ​ລັກ​ຮັກ​ສາ​ສັດ​ປ່າ ຕິດ​ພັນ​ກັບ​ການ​ຂຸດ​ຄົ້ນ​ຊັ​ບ​ພະ​ຍາ​ກອນ​ທຳ​ມະ​ຊາດ​​ຊີ​ວະນາໆ​ພັນ​ແບບ​ຍືນ​ຍົງ

ການເຄື່ອນໄຫວປົກປ້ອງ, ອະນຸລັກຮັກສາສັດປ່າຫາຍາກ ຕ້ອງຕິດພັນກັບການຂຸດຄົ້ນ, ເສີມຂະຫຍາຍກຳລັງບົ່ມຊ້ອນ, ມູນຄ່າເສດຖະກິດຂອງຊັບພະຍາກອນທຳມະຊາດຊີວະນາໆພັນແບບຍືນຍົງ, ສ້າງວິທີຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນປະຈຳຖິ່ນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ (ພາບ: quochoi.vn)

ການເຄື່ອນໄຫວປົກປ້ອງ, ອະນຸລັກຮັກສາສັດປ່າຫາຍາກ ຕ້ອງຕິດພັນກັບການຂຸດຄົ້ນ, ເສີມຂະຫຍາຍກຳລັງບົ່ມຊ້ອນ, ມູນຄ່າເສດຖະກິດຂອງຊັບພະຍາກອນທຳມະຊາດຊີວະນາໆພັນແບບຍືນຍົງ, ສ້າງວິທີຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນປະຈຳຖິ່ນ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໃນກອງປະຊຸມປະກອບຄຳເຫັນກ່ຽວກັບຮ່າງດຳລັດວ່າດ້ວຍການຄຸ້ມຄອງສັດປ່າ, ພຶກສາປ່າທີ່ມີຄວາມສ່ຽງຖືກສູນພັນ, ຫາຍາກ ແລະ ປະຕິບັດສົນທິສັນຍາວ່າດ້ວຍການຄ້າຂາຍສັດປ່າ, ພຶກສາປ່າທີ່ມີຄວາມສ່ຽງຖືກສູນພັນລະດັບສາກົນ (CITES) ໄດ້ດຳເນີນໃນວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ບັນດາຂໍ້ກຳນົດຕ້ອງມີຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດຕົວຈິງ, ລວມທັງວິທີການແກ້ໄຂທາງດ້ານບໍລິຫານ, ເສດຖະກິດ, ຊ້ຳບໍ່ໜຳແມ່ນທາງອາຍາ, ເພື່ອແກ້ໄຂສະພາວະຂຸດຄົ້ນ, ຄ້າຂາຍ, ນຳໃຊ້ສັດປ່າ, ພຶກສາປ່າທີ່ຫາຍາກ, ມີຄວາມສ່ຽງຖືກສູນພັນຢ່າງເຖິງກົກເຖິງປາຍ.

        ຕາມແຈ້ງການຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຮ່າງດຳລັດດັ່ງກ່າວ ຮັບປະກັນອັບເດດບັນດາການປ່ຽນແປງຂອງສົນທິສັນຍາ CITES ໄດ້ຢ່າງທັນການ.

 

top