ຂ່າວສານ

ອະ​ນຸ​ມັດ​ຜ່ານ​ການ​ວາງ​ແຜນ​ຜັງ​ນະ​ຄອນ ໂຮ່​ຈີ​ມິນ ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍ່ເຊັນຂໍ້ຕົກລົງອະນຸມັດຜ່ານການວາງແຜນຜັງນະຄອນໂຮ່ຈີມິນ ໄລຍະ 2021 – 2030, ວິໄສທັດຮອດປີ 2050.
(ພາບປະກອບ: chinhphu.vn)
ເປົ້າໝາຍສັງລວມແມ່ນພັດທະນານະຄອນໂຮ່ຈີມິນແມ່ນຕົວເມືອງທົ່ວໂລກ, ສີວິໄລ, ທັນສະໄໝ, ມີອາລົມຈິດຄວາມຮັກແພງ, ມີຄວາມຂະຫຍັນຂັນເຄື່ອນ, ແມ່ນນະຄອນມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການບໍລິການ - ອຸດສາຫະກຳທັນສະໄໝ, ແມ່ນທ້ອງຖິ່ນນຳໜ້າກ່ຽວກັບເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ສູນ ເສດຖະກິດ, ການເງິນ, ການຄ້າ - ການບໍລິການ, ວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກໂນໂລຢີໃນທົ່ວປະເທດ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີທີ່ຕັ້ງທີ່ພົ້ນເດັ່ນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ກ່ຽວກັບເສດຖະກິດ, ນະຄອນສູ້ຊົນໃຫ້ອັດຕາຄວາມໄວໃນການເຕີບໂຕຍອດຜະລິດຕະພັນສະເລ່ຍຕໍ່ຫົວຄົນ ພາຍໃນ ນະຄອນ (GRDP) ບັນລຸປະມານ 8,5 – 9% ໃນໄລຍະ 2021 – 2030. ກ່ຽວກັບການຄ້າ, ເປົ້າໝາຍພັດທະນານະຄອນ ໂຮ່ຈີມິນ ໃຫ້ກາຍເປັນສູນການຄ້າເອເລັກໂຕນິກຂອງເຂດຕາເວັນຕົກພາກໃຕ້, ພັດທະນາການຄ້າຕາມທິດທັນສະໄໝ, ສີວິໄລ, ຄົບຊຸດ ກັບການພັດທະນາຂອງການຫັນເປັນອຸດສາຫະກຳ, ຂຸດຄົ້ນຜົນປະໂຫຍດຈາກການຫັນເປັນໂລກາພິວັດຢ່າງສຸດຂີດ. ກ່ຽວກັບສັງຄົມ, ຄາດວ່າຈຳນວນປະຊາກອນ ນະຄອນ ຮອດປີ 2030 ແມ່ນປະມານ 11 ລ້ານຄົນ, ຮອດປີ 2050 ແມ່ນປະມານ 14,5 ລ້ານຄົນ, ດັດຊະນີໃນການພັດທະນາມະນຸດ HDI ສູງກ່ວາ 0,85.

top