ກ ແລະ ລັດ ຈະລົງທຶນແຫຼ່ງກຳລັງຢ່າງແຮງ ແລະ ຮອບດ້ານ ແນໃສ່ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ການພັດທະນາຂອງຄົນລຸ້ນໜຸ່ມ, ພິເສດແມ່ນ “ລຸ້ນຄົນບືນຕົວຂຶ້ນ”. ການສຶກສາ, ບຳລຸງສ້າງ, ກິລາ, ວັດທະນະທຳ ແລະ ນະໂຍບາຍປະຊາກອນ ຈະແມ່ນບັນດາຈຸດສຸມບຸລິມະສິດແຖວໜ້າໃນຍຸດທະສາດແຫ່ງຊາດ ເພື່ອແນໃສ່ຍົກສູງຄຸນນະພາບການດຳລົງຊີວິດ ແລະ ຄວາມສາມາດແກ້ງແຍ້ງສາກົນຂອງລຸ້ນໜຸ່ມ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະຫະພັນຊາວໜຸ່ມ ຫວຽດນາມ ຊຸດທີ IX (ພາບ: VGP)
“ອະນາຄົດໃຫ້ແກ່ລຸ້ນຄົນບືນຕົວຂຶ້ນ” ນີ້ແມ່ນຫົວຂໍ້ບົດຂຽນຂອງທ່ານເລຂາທິການຄະນະບໍລິຫານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ (ວັນທີ 26 ມີນາ 1931 – 26 ມີນາ 2025). ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ທັດສະນະສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ແມ່ນຖືມະນຸດເປັນພື້ນຖານແກ່ການພັດທະນາແບບຍືນຍົງ, ດັ່ງນັ້ນ, ວຽກງານຊາວໜຸ່ມແມ່ນບັນຫາເປັນຕາຍຂອງຊາດ, ແມ່ນໜຶ່ງໃນບັນດາປັດໄຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການປະຕິວັດ, ແມ່ນໜ້າທີ່ສຳຄັນຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ພັກ ແລະ ລັດ ຈະລົງທຶນແຫຼ່ງກຳລັງຢ່າງແຮງ ແລະ ຮອບດ້ານ ແນໃສ່ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ການພັດທະນາຂອງຄົນລຸ້ນໜຸ່ມ, ພິເສດແມ່ນ “ລຸ້ນຄົນບືນຕົວຂຶ້ນ”. ການສຶກສາ, ບຳລຸງສ້າງ, ກິລາ, ວັດທະນະທຳ ແລະ ນະໂຍບາຍປະຊາກອນ ຈະແມ່ນບັນດາຈຸດສຸມບຸລິມະສິດແຖວໜ້າໃນຍຸດທະສາດແຫ່ງຊາດ ເພື່ອແນໃສ່ຍົກສູງຄຸນນະພາບການດຳລົງຊີວິດ ແລະ ຄວາມສາມາດແກ້ງແຍ້ງສາກົນຂອງລຸ້ນໜຸ່ມ ຫວຽດນາມ. ພັກ ແລະ ລັດ ຫວຽດນາມ ຈະສືບຕໍ່ກໍ່ສ້າງ, ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍສ້າງສະພາບແວດລ້ອມ ແລະ ເງື່ອນໄຂສະດວກເພື່ອໃຫ້ຊາວໜຸ່ມພັດທະນາຢ່າງປອດໃສເຂັ້ມແຂງ, ຮອບດ້ານ, ກົມກຽວທັງດ້ານຄຸນສົມບັດ - ປັນຍາ - ຮ່າງກາຍ - ຄວາມງາມ.
ໃນໄລຍະເວລາ 20 ປີຈະມາຖິງ, ປະເທດຊາດຈະພ້ອມກັນແບ່ງປັນຄວາມຄາດຫວັງລວມ, ນັ້ນແມ່ນ: ສ້າງລຸ້ນຊາວໜຸ່ມ ຫວຽດນາມ ມີຄຸນນະທາດ, ກ້າວໜ້າ, ດີເດັ່ນທາງດ້ານພູມປັນຍາ, ພັດທະນາພົ້ນເດັ່ນນັບທັງດ້ານກຳລັງກາຍ ແລະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ, ມີຄວາມໝັ້ນໃຈຢ່າງພຽງພໍເພື່ອທຽບທັນກັບບັນດາປະເທດເພື່ອນມິດສາກົນ, ປະກອບສ່ວນນຳປະເທດຊາດບືນຕົວຂຶ້ນຢ່າງເຂັ້ມແຂງ ແລະ ພັດທະນາ.”