
ໃນຂອບເຂດຂອງການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງ ເປັນທາງການ, ຕອນເຊົ້າວັນທີ 20 ທັນວາ 2017, ທີ່ ຮ່າໂນ້ຍ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ມີການພົບປະກັບອະດີດທະຫານອາສາ ສະໝັກ, ຜູ້ ຊ່ຽວຊານ ຫວຽດນາມ ຢູ່ ລາວ ແລະ ຮຸ່ນໜຸ່ມສອງປະເທດ. ໃນພາບ: ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນ ກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ໂອ້ ລົມສົນທະນາກັບບັນດາ ທ່ານຜູ້ແທນ.
ພາບ: ເຟືອງຮວາ/VNA

ຕອນເຊົ້າວັນທີ 20 ທັນວາ 2017, ທີ່ ຮ່າໂນ້ຍ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄປຢ້ຽມຊົມງານວາງສະແດງ ຮູບພາບ: “ໄມຕີຈິດ ມິດຕະພາບ ຄວາມ ສາມັກຄີ ແບບພິເສດ ຫວຽດນາມ - ລາວ”. ພາບ: ຈີ໋ຢຸງ/VNA

ໃນກອບການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງ ເປັນທາງການ, ຕອນເຊົ້າວັນທີ 21 ທັນວາ 2017, ທີ່ແຂວງ ເງະອານ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ທຳການຢ້ຽມຢາມ ເຂດ ປູຊະນີ ຍະສະຖານ ກິມລຽນ, ຕາແສງ ກິມລຽນ, ເມືອງ ນາມດ່ານ, ແຂວງ ເງະອານ. ໃນພາບ: ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ບັນດາ ຜູ້ແທນ ຈູດທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດອະນຸສອນ ສະຖານປະທານ ໂຮ່ຈີມິນ . ພາບ: ຢວານເຕິນ/VNA

ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ບັນດາຜູ້ແທນຢ້ຽມຢາມບ້ານເກີດ ລຸງໂຮ່. ພາບ: ຢວານເຕິນ/VNA |