
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງນາມເຊັນເປັນທີ່ລະນຶກ
(ພາບ:VGP/Quang Hieu)
ກ່າວຄຳເຫັນເມື່ອໂອ້ລົມກັບການນຳ ແລະພະນັກງານກຳມະກອນບໍລິສັດຫຸ້ນສ່ວນດິນເຜົາຈູເດົ້າ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ຕີລາຄາສູງຕໍ່ການນຳແຂວງຫາຍເຢືອງ, Hapro ແລະ ບໍລິສັດຫຸ້ນສ່ວນເຄື່ອງປັ້ນດິນເຜົາຈູເດົ້າ ທີ່ໄດ້ຟື້ນຟູຜະລິດຕະພັນອັນເປັນສິ່ງຍອດຍິ່ງຂອງເຄື່ອງປັ້ນດິນເຜົາຈູເດົ້າ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ປາດຖະໜາວ່າ ທາງບໍລິສັດ ພ້ອມກັບໝູ່ບ້ານອາຊີບ ຈົ່ງອະນຸລັກຮັກສາ, ເສີມຂະຫຍາຍວິທີເຮັດແບບໃໝ່ ເພື່ອນຳຜະລິດຕະພັນເຄື່ອງປັ້ນດິນເຜົາບໍ່ພຽງແຕ່ອອກສູ່ຕະຫຼາດພາຍໃນປະເທດເທົ່ານັ້ນ ແຕ່ຍັງສົ່ງອອກໄປຕ່າງປະເທດອີກດ້ວຍ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຖືວ່າ:
“ພວກເຮົາທຸກຄົນ ຄວນມີຄວາມເອກອ້າງທະນົງໃຈຕໍ່ສິ່ງທີ່ເປັນຂອງຄົນຫວຽດນາມ ແລະ ນຳໃຊ້ຜະລິດຕະພັນຂອງຄົນຫວຽດອີກດ້ວຍ. ສະນັ້ນ, ພວກເຮົາຄວນສະໜັບສະໜູນ ແລະ ຊົມໃຊ້ບັນດາຜະລິດຕະພັນທີ່ເປັນມູນເຊື້ອ ແລະມີມາແຕ່ດົນນານ, ມີຄຸນນະພາບສູງ ເຊິ່ງໄດ້ສືບທອດຈາກຄົນລຸ້ນກ່ອນມາຮອດປັດຈຸບັນ ຄືຜະລິດຕະພັນເຄື່ອງປັ້ນດິນເຜົາ ຈູເດົ້າ. ການກະທຳດັ່ງກ່າວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ”.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຊື່ອໝັ້ນວ່າ ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາຈູເດົ້າຈະຂະຫຍາຍຕົວຢ່າງເຂັ້ມແຂງ ໃນອະນາຄົດ ແລະ ປະກອບສ່ວນເຂົ້າໃນການສົ່ງອອກສິນຄ້າ.
(ແຫຼ່ງຄັດຈາກ VOV)