ຂ່າວສານ

ຫ​ວຽດ​ນາມ ໄທ​ສູ້​ຊົນ​ບັນ​ລຸ​​ວົງ​ເງິນ​ການ​ຄ້າໃຫ້​ໄດ້ 25 ຕື້ USD ແລະ ມຸ່ງ​​ເຖິງ​ 50 ຕື້ USD

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີຫ​ວຽດ​ນາມ, ທ່ານ ອະ​ນຸ​ທິນ ຊານ​ວີ​ຣະ​ກູນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ແຫ່ງລາ​ຊະ​ອາ​ນາ​ຈັກ ໄທ ມາ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3, ແຕ່​ວັນ​ທີ 8 – 9 ມິ​ຖຸ​ນາ.
  ທ່ານ ​ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ແລະ ທ່ານ​ອະ​ນຸ​ທິນ ຊານ​ວີ​ຣະ​ກູນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ (ພາບ: VOV)  

ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ, ໃນ​ການ​ເຈ​ລະ​ຈາ​ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ນະ​ຄອນຮ່າ​ໂນ້ຍ, ທ່ານ ​ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ແລະ ທ່ານ​ອະ​ນຸ​ທິນ ຊານ​ວີ​ຣະ​ກູນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃຫ້​ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ປ້ອງ​ກັນ, ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ…

ໃນ​ຂົງ​ເຂດ​ເສດ​ຖະ​ກິດດ ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່ການ​ຄົມ​ມະ​ນາ​ຄົມ, logistics, ການ​ບິນ ແລະ ການ​ທ່ອງ​ທ່ຽວ, ຄົ້ນ​ຄ້​ວາ ພັດ​ທະ​ນາ​ບັນ​ດາ​ເສັ້ນ​ທາງ​ຂົນ​ສົ່ງ​ທາງ​ບົກ, ທາງ​ນ້ຳ​ແຄມ​ທະ​ເລ​ເຊື່ອມ​ຕໍ່​ສອງ​ປະ​ເທດ ແລະ ເຂດ​ອະ​ນຸ​ພາກ​ພື້ນແມ່​ນ້ຳ​ຂອງ, ເສີມ​ຂະ​ຫຍາຍ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ການ​ຄ້າ ຫວຽດ​ນາມ - ໄທ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​​ເພື່ອໃຫ້​​ສິນ​ຄ້າ​ເຂົ້າ​ເຖິງ​ຕະຫຼາດ​ຂອງ​ກັນ; ສູ້​ຊົນ​ບັນ​ລຸ​​​ວົງ​ເງິນ​ການ​ຄ້າ ໃຫ້​ໄດ້ 25 ຕື້ USD ໂດຍ​ໄວ ແລະ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ 50 ຕື້ USD.

ນາ​ຍົກ​ລັດ​ຖະ​ມົນ​ຕີສອງ​ທ່ານ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ປະ​ສານ​ສົມ​ທົບ​​ກັນຢ່າງ​ແໜ້ນ​ແຟ້ນ​ຢູ່ ອາ​ຊຽນ ແລະ ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ, ເນັ້ນ​ໜັກ​ເຖິ​ງ​​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ​ເອ​ກະ​ພາບ ແລະ ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ; ຊຸກ​ຍູ້​ຫຼັກ​ໝັ້ນ​ລວມ​ຂອງ ອາ​ຊຽນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ ສ​ປ​ຊ ​ກ່ຽວ​ກັບ​ກົດ​ໝ​າຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS 1982), ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ກົນ​ໄກ​ຮ່ວມ​ມື​ຍຸດ​ທະ​ສາດ​ເສດ​ຖະ​ກິດ​ສາມ​ແມ່​ນ້ຳ Ayeyawady-Chao Phraya-Mekong (ACMECS)


top