ປີ 2020, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສຸມໃສ່ຜັນຂະຫຍາຍບັນດາມາດຕະການເພື່ອ ປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ, ໃນນັ້ນ ຈະສຸມໃສ່ ຕິດພັນກັບບັນດາເນື້ອໃນບຸລິມະສິດຂອງ ຄະນະກຳມະການແຫ່ງຊາດ ກ່ຽວກັບ ອາຊຽນ ກໍ່ຄື ທ່ານນາຍົກລັດຖະມົນຕີຊີ້ນຳ ເພື່ອປະກອບສ່ວນຊ່ວຍໃຫ້ ຫວຽດນາມ ປະຕິບັດສຳເລັດບົດບາດເປັນປະທານ ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ໃນປີນີ້.
ທ່ານ ດ່າວງອກຢຸງ ລັດຖະມົນຕີ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ
(ພາບ: TTXVN)
ທ່ານ ດ່າວງອກຢຸງ ລັດຖະມົນຕີ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ດ້ວຍຖານະເປັນປະທານຂອງ ປະຊາຄົມວັດທະນະທຳ - ສັງຄົມ ໃນປີ 2020, ຫວຽດນາມ ຈະສຸມໃສ່ 5 ເນື້ອໃນບຸລິມະສິດ ເຊິ່ງ ຄະນະກຳມະການແຫ່ງຊາດ ກ່ຽວກັບ ອາຊຽນໄດ້ວາງອອກ, ບົນພື້ນຖານນັ້ນ ຈະສ້າງແຜນການເຄື່ອນໄຫວລະອຽດລວມ 33 ຢ່າງ. ທ່ານ ດ່າວງອກຢຸງ ກ່າວວ່າ:
“ສອງບຸລິມະສິດຂອງ ຫວຽດນາມ ແມ່ນ: ພັດທະນາແຫຼ່ງຊັບພະຍາກອນມະນຸດ ຖືມະນຸດແມ່ນເປົ້າໝາຍ, ແມ່ນກຳລັງໜູນ ເພື່ອສ້າງການເຊື່ອມຕໍ່ລະຫວ່າງບັນດາປະເທດອາຊຽນ, ເປັນຕົ້ນແມ່ນກ່ຽວກັບວັດທະນະທຳ ແລະ ມະນຸດ. ທີ 2 ແມ່ນ ສຸມໃສ່ ຫົວເລື່ອງ “ພັດທະນາວຽກງານສັງຄົມ ເພື່ອໃຫ້ທຸກຄົນເຂົ້າຮ່ວມ”. ທຸກຄົນ ລ້ວນແຕ່ຕອບສະໜອງ ແລະ ດຳລົງຊີວິດໃນໂລກ ທີ່ມີການຮັບມື ແລະ ເຊື່ອມໂຍງ”.
(ແຫຼ່ງຄັດຈາກ VOV)