ຂ່າວສານ

ຫ​ວຽດ​ນາມ ຖື​ອາ​ເມ​ລິ​ການ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ

ທ່ານເຈິ່ນ​ແທັງ​ເໝິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ວ່າ​ອາເມ​ລິ​ກາ ຮັບ​ຮອງ​ຫວຽດ​ນາມ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ​ໂດຍ​ໄວ, ສະ​ເໜີ​ສອງ​ປະ​ເທດ​ປະ​ສານ​ສົມ​ທົບ​ກັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບຸກ​ທະ​ລຸ​ໃໝ່.
  ທ່ານ​ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ​ນາງ​ Jennifer Wicks ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມແຫ່ງ​ສະ​ຫະ​ລັດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ (ພາບ: VNA) ​​​  

ຕ​ອນ​ຄ່ຳ​ວັນ​ທີ 6 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ​ທີ່​ການ​ຕ້ອນ​ຮັບທ່ານນາງ​ Jennifer Wicks ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມແຫ່ງ​ສະ​ຫະ​ລັດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ເຂົ້າ​ຢ້ຽມ​ຂ່ຳ​ນັບເນື່ອງ​ໃນ​ໂອ​ກາດ ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ ຢູ່ ຫວຽດ​ນາມ, ​ທ່ານ​ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ​ຖືອາ​ເມ​ລິ​ກາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວ​ມ​ມື​ສຳ​ຄັນ​ແຖວ​ໜ້າ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກໍ່​ສະ​ເໜີ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່, ປະ​ສານ​ສົມ​ທົບ​ກັບ​ຝ່າຍ​ຫວຽດ​ນາມ ຊຸກ​ຍູ້​ບັນ​ດາ​ການ​ເຄື​່ອນ​ໄຫວ​ພົບ​ປະ​, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ເປັນ​ຕົ້ນ​ແມ່ນ​ຂອງ​ການ​ນຳ​ຂັ້ນ​ສູງ​ໃຫ້ຫຼາຍ​ກວ່າ​ອີກ, ຊຸກ​ຍູ້​ການ​ສ້າງ​ກົນ​ໄກ​ໂອ້​ລົມ​ສົນ​ທະ​ນາ​ເປັນ​ປະ​ຈຳ, ແທ້​ຈິງ​ລະ​ຫວ່າງ​ອົງ​ການ​ສ້າງ​ກົດ​ໝາຍ​ສອງ​ປະ​ເທດ. ທ່ານເຈິ່ນ​ແທັງ​ເໝິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ວ່າ​ອາເມ​ລິ​ກາ ຮັບ​ຮອງ​ຫວຽດ​ນາມ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ​ໂດຍ​ໄວ, ສະ​ເໜີ​ສອງ​ປະ​ເທດ​ປະ​ສານ​ສົມ​ທົບ​ກັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບຸກ​ທະ​ລຸ​ໃໝ່, ພິ​ເສດ​ແມ່ນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ, ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ພະ​ລັງ​ງານ​ສີ​ຂຽວ.

ສ່ວນ​ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ໃຫ້ພັດ​ທະ​ນາຫຼາຍກວ່າ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ອາ​ເມ​ລ​ກາ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ກັບ ຫວຽດ​ນາມ​ເປັນ​ສຳ​ຄັນ, ສະ​ໜັບ​ສະ​ໜູນ​ປະ​ເທ​ດ​ຫວຽດ​ນາມ ເຂັ້ມ​ແຂງ,ເອ​ກະ​ລາດ, ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ວັດ​ທະ​ນາ​ຖາ​ວອນ.


top