ຄົ້ນພົບ

ຫໍພິພິທະພັນ ການແພດພື້ນເມືອງ ຫວຽດນາມ

ຕັ້ງຢູ່ໃນຖະໜົນນ້ອຍແຫ່ງໜຶ່ງ ຢູ່ເມືອງ 10 ນະຄອນ ໂຮ່ຈີມິນ, ຫໍພິ ພິທະພັນ ການແພດພື້ນເມືອງ ຫວຽດນາມ ບໍ່ພຽງແຕ່ ເປັນ ສະຖານທີ່ ເກັບຮັກສາ ວັດຖຸບູຮານ ນັບຫຼາຍພັນອັນ ຂອງ ຂະແໜງການແພດພື້ນເມືອງ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນ ຈຸດຢຸດພັກ ທີ່ນິຍົມ ຂອງ ນັກທ່ອງທ່ຽວ ຫຼາຍຄົນ ທີ່ຢາກຮຽນຮູ້ ກ່ຽວກັບຂະແໜງການແພດພື້ນເມືອງ ຫວຽດນາມ.

ຕັ້ງຢູ່ໃນຖະໜົນນ້ອຍແຫ່ງໜຶ່ງ ຢູ່ເມືອງ 10 ນະຄອນ ໂຮ່ຈີມິນ, ຫໍພິ ພິທະພັນ ການແພດພື້ນເມືອງ ຫວຽດນາມ ບໍ່ພຽງແຕ່ ເປັນ ສະຖານທີ່ ເກັບຮັກສາ ວັດຖຸບູຮານ ນັບຫຼາຍພັນອັນ ຂອງ ຂະແໜງການແພດພື້ນເມືອງ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນ ຈຸດຢຸດພັກ ທີ່ນິຍົມ ຂອງ ນັກທ່ອງທ່ຽວ ຫຼາຍຄົນ ທີ່ຢາກຮຽນຮູ້ ກ່ຽວກັບຂະແໜງການແພດພື້ນເມືອງ ຫວຽດນາມ.

ທ່ານ ເລຂັກເຕິມ ​ເຮັດ​ວຽກໃນຂະແໜງ​ການ​ຢາ​ ແລະ​ ມີ​ຄວາມຫຼົງ ໄຫຼ​ໃນ​ການ​ຄົ້ນ​ຄວ້າ, ​ຮ່ຳ​ຮຽນ​ກ່ຽວ​ກັບ​ຂະແໜງການ​ແພດ​ພື້ນ​ເມືອງ​ ​ຫວຽດ​ນາມ. ​ຕອນຍັງ​ນ້ອຍ, ທ່ານ ເຕິມ ໄດ້ມີ​ຄວາມ​ກະຕືລືລົ້ນ, ຮັກ​ອາຊີບ​ ແລະ ຕິດ​ພັນ​ກັບ​ອາຊີບ ​ການຢາ​ພື້ນ​ເມືອງ. ໂດຍຮັບຮູ້ ໄດ້ວ່າ ນີ້ບໍ່ພຽງແຕ່ ແມ່ນອາຊີບປົວພະຍາດເທົ່ານັ້ນ, ແຕ່ຍັງ ປະກອບດ້ວຍ ຄຸນຄ່າວັດທະນະທຳຫຼາຍຢ່າງ ຂອງຊາວ ຫວຽດນາມ, ຈາກນັ້ນ ທ່ານ ມີຄວາມຫວັງ ທ່ີຈະເປີດຫໍພິພິທະພັນ ກ່ຽວກັບ ຂະແໜງ ການແພດພື້ນເມືອງ. ພາຍຫຼັງ​ຫຼາຍ​ປີ​ ແຫ່ງ​ການ​ເກັບ​ກຳ, ຄົ້ນ​ຄວ້າ ​ແລະ ກໍ່ສ້າງ, ​ໃນ​ປີ 2007, ຫໍພິພິທະ​ພັນ ​ການແພດ​ພື້ນ​ເມືອງ ​ຫວຽດນາມ ​ໄດ້​ເປີດການເຄື່ອນໄຫວ.


ເບິ່ງຈາກພາຍນອກ, ຫໍພິພິທະພັນການແພດພື້ນເມືອງ ຫວຽດນາມ ບໍ່ມີຄວາມໂດດເດັ່ນ ພໍປານໃດ, ມີເນື້ອທີ່ ປະມານ 600 ມ2, ແຕ່ ເມື່ອເຂົ້າໄປພາຍໃນ, ຜູ້ຊົມ ຈະເຫັນໄດ້ຄຸນຄ່າທາງ ວັດທະນະທໍາ ອັນລໍ້າຄ່າ ທີ່ເຈົ້າຂອງ ໄດ້ທຸ້ມເທ ຢ່າງໜັກເພື່ອສ້າງ. ​ເປັນ​ທີ່​ຮູ້​ກັນ​ວ່າ ເຄື່ອງ​ເຟີ​ນີ​ເຈີ​ ຢູ່​ທີ່​ນີ້​ແມ່ນໄດ້ນຳໃຊ້​ຈາກ​ເຮືອນ​ເກົ່າ ຫຼັງໜຶ່ງ​ຢູ່ ​ຮ່າໂນ້ຍ. ບັນດານາຍຊ່າງ ຜູ້ມີສີມືດີ​ໄດ້ຮື້ຖອນ​ເສົາ, ດິນ​ຈີ່ ​ແລະ ​ຫີນ​ເພື່ອ​ນຳ​ເຂົ້າມານະຄອນ​ ໂຮ່ຈີ​ມິນ ແລະ ສ້າງເປັນ​ເຮືອນ ທີ່ມີເຄື່ອງ​ເຟີ​ນີ​ເຈີ ​ຫວຽດນາມ ​​ຕາມແບບ​ດັ້ງ​ເດີມ ຄືນ​ໃໝ່. ດິນຈີ່, ດິນຂໍ ມຸງຫຼັງຄາ, ເສົາເຮືອນທຸກຢ່າງລ້ວນແຕ່ ໄດ້ຮັບການ ບົວລະບັດ ຜັດສີ ຢ່າງພິຖີພິຖັນ, ພ້ອມກັບຊຸດສະສົມ ການແພດ ພື້ນເມືອງ ທີ່ເຕັມໄປດ້ວຍຂີດໝາຍ ວັດທະນະທຳ-ປະຫວັດສາດ ມາເປັນ ເວລາດົນນານ. 


ປັດຈຸ​ບັນ, ຫໍພິພິທະ​ພັນ​ ເປັນ​ບ່ອນ​ວາງສະ​ແດງ​ວັດຖຸ​ພັນ ​ອັນ​ລ້ຳ​ຄ່າ​ກວ່າ 3.000 ສິ້ນ ​ທີ່​ກ່ຽວ​ພັນ​ເຖິງ​ ການ​ແພດ​ພື້ນ​ເມືອງ​ ຫວຽດນາມ ​ແຕ່​ສະ​ໄໝ​ຍຸກ​ຫີນ​ ມາ​ຮອດ​ປັດຈຸ​ບັນ ເຊັ່ນ: ມີດໃຊ້ ຊອຍຢາພື້ນ ເມືອງ, ເຄື່ອງຕັດ ແລະ ເຄື່ອງບົດຢາ ພື້ນເມືອງ ມີຮູບຄືເຮືອ ​ມີ​ອາຍຸ​ປະມານ 2.500 ປີ, ​ໃນ​ນັ້ນມີ​ມີດ ໃຊ້ຊອຍຢາພື້ນເມືອງ​ ຈຳນວນ​ໜຶ່ງ ​ໄດ້​ນຳ​ມາຈາກ ​ບ້ານ​ເກີດ ​ຂອງ​ ໝໍຢາທີ່ມີຊື່ສຽງສອງອົງຄື: ເຕ້ວຕິ້ງ ແລະ ຫາຍເຖື້ອງລ້ານອົງ-ເລຮື້ວຈາ໋ກ. 

ຊຸດສະສົມ ຊີງ, ເຄື່ອງຕຳ​ຢາ ​ແມ່ນ​ມີ​ເອກະລັກ​ສະ​ເພາະ, ​ໃນ​ນັ້ນ​ມີ ສາກ, ຄົກ, ຊີງ ແບບຕາເວັນອອກ, ຊີງ ແບບຕາເວັນຕົກ, ເຄື່ອງຂູດຢາ, ແປ້ນໄມ້, ກາຈໍ້າໄມ້ ສຳລັບພິມໃບສັ່ງຢາ ແລະ ໃບບິນ, ຊຸດຄົກສາກ ດ້ວຍຫີນ ຂອງຄົນ ຫວຽດ ໃນສະໄໝບູຮານ ເພື່ອປຸງແຕ່ງຢາ.  


ມີ​ຄວາມຫຼາກ​ຫຼາຍ​ທີ່​ສຸດ ແມ່ນຕ້ອງກ່າວເຖິງຊຸດສະສົມ ໝໍ້ຕົ້ມຢາ ​ທີ່ຖືກ​ເກັບກຳ​ມາ​ຈາກ ​ທ້ອງຖິ່ນຕ່າງໆ ໃນທົ່ວປະ​ເທດ​ຄື: ຮ່າ​ດົງ (ຮ່າ​ໂນ້ຍ), ໂຮ້ຍອານ (ແຂວງ ກວາງ​ນາມ), ລ໋າຍທຽວ (ແຂວງ ບິ່ງເຢືອງ)...

ຕັ້ງຢູ່ໃຈກາງຫໍພິພິທະພັນ ແມ່ນແທ່ນບູຊາ ບັນພະບຸລຸດອາຊີບ ການແພດສອງອົງຄື: ເຕ້ວຕິ້ງ ແລະ ຫາຍເຖື້ອງລ້ານອົງ. ທັງສອງ ດ້ານໄດ້ແຂວນປ້າຍ ໂຕໜັງສື, ຄໍາກອນ ດ້ວຍໄມ້ ຟອກຄຳປີວ ຄ້າຍຄືແທ່ນບູຊາ ບັນພະບຸລຸດ ຂອງບັນດາ ຄອບຄົວທີ່ຮັ່ງມີ ໃນສະໄໝກ່ອນ. ຢູ່​ເບື້ອງ​ຂວາ​ ​ແມ່ນຫ້ອງ ໝໍຢາ ທີ່ໂດ່ງດັງ ມີຊື່ສຽງ ຂອງ ຫວຽດນາມ 15 ອົງ ໃນລະຫວ່າງສະຕະວັດທີ XIII-XIX ທີ່ຟອກດ້ວຍ ຄຳປີວ.


ມາຍັງຫໍພິພິທະພັນ, ນັກທ່ອງທ່ຽວ ຍັງໄດ້ຮັບຊົມ ຜົນງານ “ຫວຽດ ນາມ ແບັກຢາອີ” ຊຶ່ງແມ່ນ ຮູບແກະສະຫຼັກໄມ້ ຈາລຶກ ຊື່ຂອງ 100 ທ່ານໝໍທີີ່ມີຊື່ສຽງ ແລະ ຜູ້ມີຄຸນງາມຄວາມດີ ກັບພື້ນຖານ ການແພດພື້ນເມືອງ ຫວຽດນາມ ນັບແຕ່ສະຕະວັດທີ XII-XX. ພົ້ນເດັ່ນທີສຸດແມ່ນພາບຝັງມຸກ ພັນລະນາກ່ຽວກັບອາຊີບ ການແພດພື້ນເມືອງໃນຊີວິດ ຂອງ ວົງຄະນາຍາດຊາວ ຫວຽດນາມ ຢູ່ຕະຫຼາດ ຖ໋ວດບັກ, ຕະຫຼາດ ເບັ໋ນແທ່ງ, ກຳແພງເມືອງ ເຫວ້, ໜອງເກືອມ ຊຶ່ງໄດ້ບັນທຶກໄວ້ໃນປຶ້ມສະຖິຕິ Guinness ຫວຽດນາມ... ເຈົ້າຂອງຫໍພິພິທະພັນ ຍັງໄດ້ຈັດກຸ່ມ ບັນດາຕົ້ນໄມ້ ເປັນຢາ, ສັດ, ບໍ່ແຮ່ ເພື່ອການຜະລິດຢາ ໃຫ້ເປັນລະບົບ, ​ມີ​ແບບແຜນ ​ແລະ ມີວິທະຍາສາດ. 

ພາຍຫຼັງ​ການ​ຢ້ຽມຢາມ, ທ່ານ​ ສາມາດ​ ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ຂະ​ບວນການປຸງແຕ່ງຢາ​ ເຊັ່ນ: ການ​ຊອຍ​ຢາ, ບົດ​ຢາ, ​ຊີມ​ລົດ​ຊາດຢາ ​ແລະ ​ບໍລິການຕ່າງໆ ​ໃນການກວດ, ປິ່ນປົວ​ພະຍາດ ແລະ ຂາຍ​ຢາແຜນຕາເວັນອອກ​ ຢູ່​ທີ່​ນີ້.

ນັກທ່ອງທ່ຽວ ຜ່ານປະສົບການຕົວຈິງ ກັບບັນດາຂັ້ນຕອນ ຈັດຢາ ຢູ່ຫ້ອງວາງສະແດງ ຢາແຜນບູຮານ.
ປະຕິບັດໂດຍ: ຫງວຽນລວນ - ແປໂດຍ: ບິກລຽນ

top