ຂ່າວສານ ຫ້ອງການການຄ້າ ຫວຽດນາມ ແນະນຳບັນດາຈຸດໃໝ່ໃນການລົງທຶນຢູ່ ອິນເດຍ 14/02/2025 ວັນທີ 12 ກຸມພາ, ຫ້ອງການການຄ້າ ຫວຽດນາມ ປະຈຳ ອິນເດຍ ໄດ້ຈັດກອງປະຊຸມສຳມະນາທາງໄກສຳເລັດດ້ວຍຫົວຂ້ໍ “ງົບປະມານອິນເດຍປີ 2025 ແລະ ໂອກາດໃຫ້ແກ່ວິສາຫະກິດຫວຽດນາມ ມາລົງທຶນຢູ່ ອິນເດຍ”. ກອງປະຊຸມສຳມະນາທາງໄກ “ງົບປະມານອິນເດຍປີ 2025 ແລະ ໂອກາດໃຫ້ແກ່ວິສາຫະກິດຫວຽດນາມ ມາລົງທຶນຢູ່ ອິນເດຍ” (ພາບ: Ngọc Thúy - TTXVN)ຢູ່ກອງປະຊຸມສຳມະນາ, ທ່ານ Manan Agarwal,ຜູ້ອຳນວຍການບໍລິສັດໃຫ້ຄຳປຶກສາ KrayMan Consultants LLP, ນັກຊ່ຽວຊານກ່ຽວກັບການໃຫ້ຄຳປຶກສາວິສາຫະກິດ, ພາສີ ແລະ ການປະຕິບັດລະບຽບການບໍລິຫານຢູ່ ອິນເດຍ ໄດ້ຍົກອອກຂໍ້ສະເໜີແນະໃຫ້ແກ່ວິສາຫະກິດຫວຽດນາມມາລົງທຶນ ແລະ ພັດທະນາຢູ່ຕະຫຼາດອິນເດຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານບຸຍຈຸງເທື້ອງ ທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈຳອິນເດຍ ໄດ້ເນັ້ນໜັກວ່າບັນດານະໂຍບາຍໃໝ່ຂອງອິນເດຍ ແມ່ນໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດຫວຽດນາມມາລົງທຶນ, ຮ່ວມມື, ເປີດກວ້າງການພັດທະນາຢູ່ຕະຫຼາດນີ້. ທ່ານຢັ້ງຢືນວ່າ, ຫ້ອງການການຄ້າ ຫວຽດນາມ ປະຈຳ ອິນເດຍ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍວິສາຫະກິດຫວຽດນາມ ໃນການເຊື່ອມຕໍ່, ລົງທຶນ ແລະ ພັດທະນາໃນໄລຍະຈະມາເຖິງ.

ວັນທີ 12 ກຸມພາ, ຫ້ອງການການຄ້າ ຫວຽດນາມ ປະຈຳ ອິນເດຍ ໄດ້ຈັດກອງປະຊຸມສຳມະນາທາງໄກສຳເລັດດ້ວຍຫົວຂ້ໍ “ງົບປະມານອິນເດຍປີ 2025 ແລະ ໂອກາດໃຫ້ແກ່ວິສາຫະກິດຫວຽດນາມ ມາລົງທຶນຢູ່ ອິນເດຍ”. ກອງປະຊຸມສຳມະນາທາງໄກ “ງົບປະມານອິນເດຍປີ 2025 ແລະ ໂອກາດໃຫ້ແກ່ວິສາຫະກິດຫວຽດນາມ ມາລົງທຶນຢູ່ ອິນເດຍ” (ພາບ: Ngọc Thúy - TTXVN)ຢູ່ກອງປະຊຸມສຳມະນາ, ທ່ານ Manan Agarwal,ຜູ້ອຳນວຍການບໍລິສັດໃຫ້ຄຳປຶກສາ KrayMan Consultants LLP, ນັກຊ່ຽວຊານກ່ຽວກັບການໃຫ້ຄຳປຶກສາວິສາຫະກິດ, ພາສີ ແລະ ການປະຕິບັດລະບຽບການບໍລິຫານຢູ່ ອິນເດຍ ໄດ້ຍົກອອກຂໍ້ສະເໜີແນະໃຫ້ແກ່ວິສາຫະກິດຫວຽດນາມມາລົງທຶນ ແລະ ພັດທະນາຢູ່ຕະຫຼາດອິນເດຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານບຸຍຈຸງເທື້ອງ ທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈຳອິນເດຍ ໄດ້ເນັ້ນໜັກວ່າບັນດານະໂຍບາຍໃໝ່ຂອງອິນເດຍ ແມ່ນໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດຫວຽດນາມມາລົງທຶນ, ຮ່ວມມື, ເປີດກວ້າງການພັດທະນາຢູ່ຕະຫຼາດນີ້. ທ່ານຢັ້ງຢືນວ່າ, ຫ້ອງການການຄ້າ ຫວຽດນາມ ປະຈຳ ອິນເດຍ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍວິສາຫະກິດຫວຽດນາມ ໃນການເຊື່ອມຕໍ່, ລົງທຶນ ແລະ ພັດທະນາໃນໄລຍະຈະມາເຖິງ.