ບໍ່ໃຫຍ່ໂຕ, ບໍ່ອວດອ້າງ, ບັນດາຄູອາຈານທີ່ມີອາຍຸສູງຊາວ ຫວຽດນາມ ຍັງປະກອບສ່ວນຢ່າງມິດງຽບ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນໃນໄລຍະປະເທດຊາດພວມຫັນປ່ຽນ, ມິດງຽບເພື່ອຫວັງອະນາຄົດທີ່ຮຸ່ງເຮືອງກວ່າໃຫ້ແກ່ປະເທດ ຫວຽດນາມ.
(ນັກຮຽນຢືນຂຶ້ນຢ່າງເຄັ່ງຂຶມຮ້ອງເພງຊາດ ຫວຽດນາມ)
“ພາສາ ຫວຽດ ຍັງມີຢູ່ ຊາວ ຫວຽດນາມ ມີຢູ່, ຊາວ ຫວຽດນາມ ຍັງມີຢູ່ ປະເທດ ຫວຽດນາມ ມີຢູ່” (ຍັງມີພາສາ ຫວຽດ ແມ່ນຍັງມີຊາວ ຫວຽດນາມ, ຍັງມີຊາວ ຫວຽດນາມ ແມ່ນຍັງມີປະເທດ ຫວຽດນາມ), ນັ້ນແມ່ນຄະຕິເຕືອນໃຈຂອງບັນດາຄູອາຈານຢູ່ເຂດຖະໜົນ ຫວຽດ - Vietnam Town ຢູ່ແຂວງ ອຸດອນທານີ, ທາງທິດຕາເວັນອອກສ່ຽງເໜືອ, ປະເທດ ໄທ. ດ້ວຍຄວາມມຸ່ງມາດປາດຖະໜາຢ່າງສຸດຈິດສຸດໃຈຄືແນວນັ້ນ, ສະນັ້ນ, ເຖິງວ່າອາຍຸສູງແລ້ວກໍ່ຕາມ, ແຕ່ລະອາທິດ, ບັນດາຄູອາຈານຊາວ ຫວຽດນາມ ຍັງນັ່ງລໍຖ້ານັກຮຽນມາຮຽນພາສາ ຫວຽດ ຢູ່ໂຮງຮຽນ ແຄັງອານ ທີ່ສຳນັກງານສະມາຄົມຊາວ ຫວຽດນາມ ປະຈຳແຂວງ ອຸດອນທານີ.
ເມື່ອນັກຮຽນຢືນຂຶ້ນຢ່າງເຄັ່ງຂຶມ ແລະ ພ້ອມກັນຮ້ອງເພງຊາດ ຫວຽດນາມ ແລ້ວອ່ານ 5 ຄຳສັ່ງສອນຂອງປະທານ ໂຮ່ຈີມິນ ກໍ່ແມ່ນຈຸດເວລາເລີ່ມເຂົ້າຮຽນ. ນັກຮຽນ 9 ກຸ່ມ ໂດຍຄູອາຈານ 9 ທ່ານຮັບຜິດຊອບ ໄດ້ເລີ່ມເຂົ້າຊົ່ວໂມງຮຽນດ້ວຍຄວາມຟົດຟື້ນ, ກຸ່ມຂຽນຕົວໜັງສື, ກຸ່ມຝຶກອ່ານ, ກຸ່ມອ່ານກະວີ ຫຼື ອ່ານພາສາ ຫວຽດ ຜ່ານບັນດາບົດເພງ ຫວຽດ.
ພາຍໃຕ້ການຊີ້ນຳຂອງອາຈານ ຮ່າ (ພາສາ ໄທ ແມ່ນ ຕູນ), ເອື້ອຍ ຮັ່ງງາ (ພາສາ ໄທ ແມ່ນ ຕຸກຕາ), ພ້ອມກັບສາມີ ແລະ ລູກຊາຍ ທວນຄືນບົດເພງທີ່ໄດ້ຮຽນແຕ່ຊົ່ວໂມງຮຽນກ່ອນ. ໂດຍມີພໍ່ແມ່ເປັນຊາວ ຫວຽດນາມ ແຕ່ບໍ່ຄ່ອຍມີໂອກາດເວົ້າພາສາ ຫວຽດ ຫຼາຍ, ເອື້ອຍ ຕຸກຕາ ໄດ້ຕັດສິນໃຈມາຫ້ອງຮຽນພາສາ ຫວຽດ ໂຮງຮຽນ ແຄັງອານ ພ້ອມກັບສາມີ ແລະ ລູກຊາຍຫຼ້າອາຍຸ 10 ປີຂອງຕົນ. ເອື້ອຍ ຕຸກຕາ, ແບ່ງປັນວ່າ:
“ຂ້າພະເຈົ້າກຳເນີດຢູ່ປະເທດ ໄທ, ມີພໍ່ແມ່ເປັນຊາວ ຫວຽດນາມ ແລະ ປະຈຸບັນພວມຮໍ່າຮຽນຢູ່ໂຮງຮຽນ ແຄັງອານ, ເຂດຖະໜົນ ຫວຽດ ເປັນເວລາ 1 ປີເຄິ່ງແລ້ວ, ຢາກເວົ້າພາສາ ຫວຽດ ໄດ້, ຢາກໃຫ້ລູກເວົ້າພາສາ ຫວຽດ ໄດ້. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ເປັນຊາວ ຫວຽດນາມ ແລະ ກໍ່ຢາກໃຫ້ລູກມີຄວາມເອກອ້າງທະນົງໃຈທີ່ມີສາຍເລືອດ ຫວຽດ”.
ໃນ 2 ຕອນຕໍ່ອາທິດ, ຫ້ອງຮຽນພາສາ ຫວຽດ ໂຮງຮຽນ ແຄັງອານ ພັດໄດ້ມີໄຟສະຫວ່າງຂຶ້ນ, ສຽງຫັດອ່ານຕົວເລກ, ຕົວໜັງສື, ອ່ານກະວີດ້ວຍພາສາ ຫວຽດ ຂອງລູກຫຼານຊາວ ຫວຽດນາມ ຫຼື ບັນດານັກຮຽນຊາວ ໄທ ທີ່ມັກຮັກພາສາ ຫວຽດ ໄດ້ດັງຂຶ້ນ. ບັນດາຄູອາຈານມີຄວາມເອກອ້າງທະນົງໃຈເມື່ອພວກນ້ອງນັກຮຽນລ້ວນແຕ່ສາມາດແນະນຳຊື່ຕົນເອງ, ເວົ້າກ່ຽວກັບຕົນເອງ, ຄອບຄົວ, ໂຮງຮຽນຂອງພວກນ້ອງດ້ວຍພາສາ ຫວຽດ ໄດ້, ຊ້ຳບໍ່ໜຳຍັງສາມາດຮ້ອງເພງ ແລະ ອ່ານບົດກະວີດ້ວຍພາສາ ຫວຽດ, ເຂົ້າໃຈຄວາມໝາຍ 5 ຄຳສັ່ງສອນຂອງລຸງ ໂຮ່ ໄດ້, ມີຈິດໃຈອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.
ໂຮງຮຽນສອນພາສາ ຫວຽດ ແຄັງອານ ໄດ້ຮັບການສ້າງຕັ້ງໃນປີ 2017 ຈາກແນວຄິດຂອງທ່ານອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຫງວຽນເຕິດແທັ່ງ ແລະ ທ່ານປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ ອຸດອນທານີ, ໄທ ເລືອງຊວັນຮວ່າ, ພ້ອມກັບການເຂົ້າຮ່ວມໜູນຊ່ວຍຂອງໝູ່ຄະນະຊາວ ຫວຽດນາມ ຮັກຊາດຢູ່ທາງທິດຕາເວັນອອກສ່ຽງເໜືອ, ປະເທດ ໄທ. ໃນນັ້ນ, ມີບັນດາຄູອາຈານຍັງເຂົ້າຮ່ວມການສິດສອນມາຮອດປະຈຸບັນ, ຄື: ອາຈານ ແອວັງ, ອາຈານ ເຮື່ອງ, ອາຈານ ຈູນ, ອາຈານ ຮັ່ງ, ອາຈານ ເຖ… ອາຈານ ເຈິ່ນຈ້ອງຕ່າຍ, ມັກເອີ້ນວ່າ ອາຈານ ຈູນ, ອາຍຸເກືອບ 80 ປີແລ້ວ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ຮ່ວມເດີນທາງພ້ອມກັບບັນດາຄູອາຈານຢູ່ທີ່ນີ້ນັບແຕ່ຊຸມມື້ທຳອິດທີ່ສ້າງຕັ້ງໂຮງຮຽນ ແຄັງອານ, ໂດຍປະຕິບັດຕາມແນວທາງຂອງພັກ, ລັດ ທີ່ວ່າ: ພາສາ ຫວຽດ ຍັງມີຢູ່ ຊາວ ຫວຽດນາມ ມີຢູ່, ຊາວ ຫວຽດນາມ ຍັງມີຢູ່ ປະເທດ ຫວຽດນາມ ມີຢູ່ (ຍັງມີພາສາ ຫວຽດ ແມ່ນຍັງມີຊາວ ຫວຽດນາມ, ຍັງມີຊາວ ຫວຽດນາມ ແມ່ນຍັງມີປະເທດ ຫວຽດນາມ). ພວກຂ້າພະເຈົ້າສອນຢູ່ທີ່ນີ້ກໍ່ລຳບາກຫຼາຍ, ຄືສອນພາສາໃຫ້ຊາວຕ່າງປະເທດ ໃນຂະນະທີ່ພວກນ້ອງບໍ່ຮູ້ພາສາ ຫວຽດ, ຕ້ອງສອນ, ຕ້ອງຕິດຕາມ, ແປຈາກພາສາ ຫວຽດ ອອກເປັນພາສາ ໄທ ໃຫ້ພວກນ້ອງ”.
ບໍ່ໃຫຍ່ໂຕ, ບໍ່ອວດອ້າງ, ບັນດາຄູອາຈານທີ່ມີອາຍຸສູງຊາວ ຫວຽດນາມ ຍັງປະກອບສ່ວນຢ່າງມິດງຽບ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນໃນໄລຍະປະເທດຊາດພວມຫັນປ່ຽນ, ມິດງຽບເພື່ອຫວັງອະນາຄົດທີ່ຮຸ່ງເຮືອງກວ່າໃຫ້ແກ່ປະເທດ ຫວຽດນາມ. ອາຈານ ແອວັງ ແລະ ອາຈານ ເທ, ແບ່ງປັນວ່າ:
“ບັນດາຄູອາຈານຢູ່ທີ່ນີ້ ຮູ້ພຽງແຕ່ປະກອບເຫື່ອແຮງໃຫ້ແກ່ປະເທດຊາດຜ່ານການສິດສອນພາສາ ຫວຽດ ໃຫ້ແກ່ລຸ້ນໜຸ່ມ, ເພື່ອໃຫ້ພວກຫຼານຮັກແພງປະເທດຊາດ ແລະ ຮູ້ກົກເຂົ້າເຫງົົ້າກໍແມ່ນຊາວ ຫວຽດນາມ, ເຫັນໄດ້ໜ້າທີ່ຄວາມຮັບຜິດຊອບເພື່ອປະກອບສ່ວນໃຫ້ແກ່ປະເທດຊາດໃນອະນາຄົດ. ໃຜຊິຮູ້ວ່າ, ໃນຈຳນວນນັກຮຽນ 25 ຄົນຢູ່ທີ່ນີ້ອາດຈະກາຍເປັນຜູ້ມີຄວາມເກັ່ງສາມາດ, ປະກອບສ່ວນໃຫ້ແກ່ປະເທດຊາດ, ນັ້ນແມ່ນສິ່ງປິຕິຊົມຊື່ນສຳລັບບັນດາຄູອາຈານຄືພວກຂ້າພະເຈົ້າ”.
“ເຖິງວ່າອາຍຸສູງແລ້ວກໍ່ຕາມ, ແຕ່ພວກຂ້າພະເຈົ້າຍັງມານະພະຍາຍາມເພື່ອສິດສອນພາສາ ຫວຽດ ໃຫ້ແກ່ພວກນ້ອງ, ສອນພາສາແມ່ຂອງຕົນ, ເພ່ືອໃຫ້ພວກນ້ອງຮູ້ຮີດຄອງປະເພນີຂອງຊາວ ຫວຽດນາມ ແມ່ນຄືແນວໃດ, ວັນບຸນ, ບຸນເຕັດ, ຮັກແພງລຸງ ໂຮ່, ຮູ້ວ່າລຸງ ໂຮ່ ແມ່ນໃຜ, ບັນດາຄຳສັ່ງສອນຂອງລຸງ ໂຮ່ ທີ່ສັ່ງສອນເປັນເວລາຫຼາຍສິບປີແລ້ວຍັງຖ່າຍທອດໃຫ້ພວກຫຼານຮູ້, ເຮັດແນວໃດເພື່ອໃຫ້ປະເທດ ຫວຽດນາມ ນັບມື້ນັບບືນຕົວຂຶ້ນສູງ”.
ນ້ອງ ທະນາຄອນ, ຊື່ພາສາ ຫວຽດ ແມ່ນ ຮຸຍຮວ່າງ, ນັກຮຽນ ຊັ້ນ ມໍ 5 ໂຮງຮຽນອຸດອນພິຕາຢານຸຄອນ, ຄວ້າໄດ້ລາງວັນທີ 1 ດ້ວຍຄະແນນ 30/30 ການຂຽນ ແລະ ເວົ້າພາສາ ຫວຽດ ທີ່ການເສັງເວົ້າພາສາ ຫວຽດ Spelling Bee 2024 ຂອງມະຫາວິທະຍາໄລ ມະຫາສາຣະຄຳ, ທາງທິດຕາເວັນອອກສ່ຽງເໜືອ, ປະເທດ ໄທ. ຮຸຍຮວ່າງ ໃຫ້ຮູ້ວ່າ, ນ້ອງຕັດສິນໃຈຮ່ຳຮຽນໃຫ້ດີທີ່ສຸດເພື່ອອະນາຄົດຈະສາມາດປະກອບສ່ວນເລັກໆນ້ອຍໆເພື່ອສ້າງສາ ຫວຽດນາມ - ບ້ານເກີດເມືອງນອນທີ່ປູ່ຍ່າຕາຍາຍ, ພໍ່ແມ່ຂອງນ້ອງໄດ້ເວົ້າເຖິງໃນຊີວິດປະຈຳວັນ.
“ນ້ອງຮຽນພາສາ ຫວຽດ ໄດ້ 6 ປີແລ້ວ, ສ່ວນຫຼາຍແມ່ນຮຽນນອກຊົ່ວໂມງຮຽນຢູ່ໂຮງຮຽນ. ເວລາທີ່ໄປຮຽນຢູ່ແຂວງ ອຸດອນທານີ, ນ້ອງຮຽນພາສາ ຫວຽດ ກັບອາຈານ ແອວັງ ຢູ່ທະໜົນ ຫວຽດ. ຖ້າມີເງື່ອນໄຂນ້ອງຢາກໄປສອນພາສາ ຫວຽດ ແລະ ປະກອບສ່ວນອັນນ້ອຍໆໃຫ້ແກ່ ຫວຽດນາມ”.
ຜ່ານການເວລາ, ເຖິງວ່າບາງເທື່ອກໍ່ຖືກຕັດຕອນຍ້ອນບັນດາຫ້ອງຮຽນພາສາ ຫວຽດ ຢູ່ ໄທ ຕ້ອງອັດປະຕູໃນປີ 1975 ຍ້ອນປະສົບກັບຄວາມຫຍຸ້ງຍາກ, ແຕ່ຂະບວນການສອນ ແລະ ຮຽນພາສາ ຫວຽດ ຢູ່ ໄທ ຍັງໄດ້ຮັບການຮັກສາໄວ້, ສ້າງຄວາມຫວັງໃຫ້ແກ່ບັນດາລູກຫຼານຊາວ ຫວຽດນາມ ອາໄສຢູ່ ໄທ.
ຮູບພາບບັນດາຄູອາຈານຊາວ ຫວຽດນາມ ເຖິງວ່າອາຍຸສູງແລ້ວ, ແຕ່ຍັງຄົງຮັກສາບຸກຄະລິກກະພາບໄວ້, ແຕ່ລະອາທິດຍັງລໍຖ້ານັກຮຽນມາຮຽນພາສາ ຫວຽດ ຢູ່ທະໜົນ ຫວຽດ ແມ່ນຮູບແບບທີ່ສວຍງາມ, ອົບອຸ່ນ, ອັນໄດ້ພິສູດໃຫ້ເຫັນຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ທີ່ຍາມໃດກໍ່ປະກາຍແສງສະຫວ່າງໃນດວງໃຈຂອງຊາວ ຫວຽດນາມ ທີ່ອາໄສຢູ່ ໄທ ກໍ່ຄືໃນທົ່ວໂລກ.