ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 13 ໄດ້ອັດລົງໃນຕອນເຊົ້າວັນທີ 8 ຕຸລາ, ຢູ່ ຮ່າໂນ້ຍ. ແຕ່ລະບັນຫາຂອງກອງປະຊຸມໄດ້ຮັບການປຶກສາຫາລື, ຕັດສິນດ້ວຍຄວາມເປັນເອກະພາບສູງ, ໃນນັ້ນມີຫຼາຍເນື້ອໃນແກ່ນສານກ່ຽວຂ້ອງໂດຍກົງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ຕໍ່ເປົ້າໝາຍພັດທະນາຢ່າງວ່ອງໄວ, ຍືນຍົງ, ຕໍ່ການຍົງສູງຊີວິດຂອງ ປຊຊ.
ເນື້ອໃນຈິດໃຈລຸລ່ວງຂອງກອງປະຊຸມຄັ້ງນີ້ແມ່ນ ເອົາໝາກຜົນແມ່ນໄມ້ວັດແທກ, ຖື ປຊຊ ເປັນໃຈກາງ, ເອົາວິໄນແມ່ນພື້ນຖານ, ຖືນະວັດຕະກຳເປັນກຳລັງໜູນ.
ກະກຽມຈັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໃຫ້ເປັນຢ່າງດີ
ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາ 3 ເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ລວມມີ: ຮ່າງບົດລາຍງານການເມືອງ; ຮ່າງບົດລາຍງານສະຫລຸບ 40 ປີແຫ່ງການປ່ຽນແປງໃໝ່; ຮ່າງບົດລາຍງານສະຫລຸບ 15 ປີແຫ່ງການປະຕິບັດກົດລະບຽບຂອງພັກ.
ເລື່ອງສ້າງຮ່າງໂຄງການດຳເນີນງານ ປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໃນບົດລາຍງານການເມືອງ ໄດ້ສະແດງໃຫ້ເຫັນວິທິເຂົ້າເຖິງແບບໃໝ່, ແມ່ນການບຸກທະລຸດ້ານຈິນຕະການການ, ວິທີເຮັດທີ່ມີຫົວຄິດປະດິດສ້າງ.
ຮ່າງບົດລາຍງານສະຫລຸບ 40 ປີແຫ່ງການປ່ຽນແປງໃໝ່ໄດ້ອັບເດດ, ເພີ່ມເຕີມບັນດາບັນຫາ, ແຜນນະໂຍບາຍໃໝ່, ພ້ອມທັງໄດ້ສັງລວມ, ຄົ້ນຄ້ວາ, ຮັບຟັງບັນດາຄຳເຫັນປະກອບຂອງບັນດາອົງຄະນະພັກຂຶ້ນກັບສູນກາງ; ບັນດາບົດລາຍງານໝາກຜົນບັນດາຄະນະປະຕິບັດງານທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກຂັ້ນຮາກຖານ ເຂົ້າໃນບົດລາຍງານສະຫລຸບ.
ຮ່າງບົດລາຍງານສະຫລຸບ 15 ປີແຫ່ງການປະຕິບັດກົດລະບຽບຂອງພັກ (2011-2025) ແລະ ຂໍ້ສະເໜີ, ການກຳນົດທິດເພີ່ມເຕີມ, ປັບປຸງ, ໄດ້ຮັບການອັບເດດ, ເພີ່ມເຕີມບັນດາບັນຫາ, ແຜນນະໂຍບາຍໃໝ່.
ໃນບົດກ່າວປາໄສອັດກອງປະຊຸມຂອງ ທ່ານເລຂາທິການໃຫຍ່ ໂຕເລິມ, ການກຳນົດທິດອັນໃຫຍ່ຫຼວງທຳອິດທີ່ ທ່ານເລຂາທິການໃຫຍ່ໄດ້ເຕື້ອງເຖິງ ແມ່ນການກະກຽມໃຫ້ແກ່ກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກໃຫ້ເປັນຢ່າງດີ:
ສືບຕໍ່ເພີ່ມເຕີມ, ສ້າງສຳເລັດ ເພື່ອໃຫ້ເນື້ອໃນບັນດາເອກະສານໃຫ້ກະທັດລັດ, ເລິກເຊິ່ງ, ສະແດງໃຫ້ເຫັນວິໄສທັດຍຸດທະສາດ, ຢັ້ງຢືນ 3 ບຸກທະລຸຍຸດທະສາດໃນເງື່ອນໄຂໃໝ່ (ລະບອບລະບຽບການ-ພື້ນຖານໂຄງລ່າງ-ຊັບພະຍາກອນມະນຸດ). ເຮັດແຈ້ງການຫັນເປັນດີຈີຕອນ-ຫັນເປັນສີຂຽວ, ເຊື່ອມຕໍ່ເຂດພາກ-ຕົວເມືອງອັດສະລີຍະ, ຖືເປັນສຳຄັນເສດຖະກິດທະເລ, ເສດຖະກິດວັດທະນະທຳ. ບຸກຄະລາກອນຕ້ອງຮັບປະກັນຄຸນນະທາດ, ຄວາມສາມາດ, ຄວາມໄວ້ເນື້ອເຊື່ອໃຈ, ສັດຊື່ບໍລິສຸດ, ບັນລຸປະສິດທິຜົນ.
ຖື ປຊຊ ເປັນໃຈກາງ
ເນື້ອໃນຈິດໃຈລຸລ່ວງໃນກອງປະຊຸມຄັ້ງນີ້ແມ່ນ ເອົາໝາກຜົນແມ່ນໄມ້ວັດແທກ, ຖື ປຊຊ ເປັນໃຈກາງ, ເອົາວິໄນແມ່ນພື້ນຖານ, ຖືນະວັດຕະກຳເປັນກຳລັງໜູນ.
ເພື່ອໃຫ້ແຜນນະໂຍບາຍໃຫຍ່ກາຍເປັນໝາກຜົນອັນລະອຽດນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຕ້ອງມີການກະທຳຢ່າງເດັດດ່ຽວ, ໃສແຈ້ງ, ສະເໝີຕົ້ນສະເໝີປາຍ; ຈັດຕັ້ງປະຕິບັດຢ່າງຂ້ຽວຂາດຕາມຄວາມຄືບໜ້າຂອງແຕ່ລະອາທິດ, ແຕ່ລະເດືອນ, ໄຕມາດ; ກວດກາ, ຕິດຕາມກວດກາເປັນປະຈຳ, ແກ້ໄຂຂໍ້ຕິດຂັດຢ່າງທັນການ.
ສຳລັບອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ໂດຍສະເພາະແມ່ນຂັ້ນແຂວງ, ນະຄອນ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:
ສະເໜີຕ້ອງສຸມໃສ່ສ້າງການຫັນປ່ຽນຢ່າງແທ້ຈິງ: ຈາກ “ຂັ້ນຕອນ” ໄປສູ່ “ໝາກຜົນ”, ແຕ່ລະໜ້າທີ່ລ້ວນແຕ່ຕ້ອງມີຜະລິດຕະພັນສົ້ນອອກ, ມີຜູ້ຮັບຜິດຊອບ, ມີການກຳນົດເວລາສຳເລັດຢ່າງຈະແຈ້ງ. ຈາກ “ແຕ່ລະຮາກຖານ, ທ້ອງຖິ່ນມີຄວາມເຂັ້ມແຂງ” ໄປສູ່ “ແຕ່ລະເຂດມີຄວາມເຂັ້ມແຂງ”; ສຳເລັດການວາງແຜນຜັງ, ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ-ດີຈີຕອນ-ພະລັງງານ, ສ້າງກຸ່ມກຳລັງໜູນ, ໝູນໃຊ້ເສດຖະກິດຕົວເມືອງ. ສູ້ຊົນໃຫ້ແຕ່ລະຄົນ, ແຕ່ລະຄອບຄົວລ້ວນແຕ່ໄດ້ການເບິ່ງແຍງດູແລຢ່າງລອບຄອບຖີ່ຖ້ວນທັງດ້ານຈິດໃຈ ແລະ ວັດຖຸ.
ບັນດາແຜນນະໂຍບາຍ, ລັດຖະນະໂຍບາຍສຳຄັນທີ່ໄດ້ຮັບຄວາມເປັນເອກະພາບຢູ່ກອງປະຊຸມສູນກາງຄັ້ງທີ 13 ຈະປະກອບສ່ວນປະຕິບັດສຳເລັດບັນດາໜ້າທີ່ພັດທະນາເສດຖະກິດ-ສັງຄົມປີ 2025 ກໍ່ຄືບັນດາເປົ້າໝາຍ, ໜ້າທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ແມ່ນບາດກ້າວກະກຽມເປັນຢ່າງດີໃຫ້ແກ່ກອງປະຊຸມໃຫຍ່ຂອງພັກທົ່ວປະເທດຄັ້ງທີ 14./.