ຂ່າວສານ

ຫົວ​ໜ້າ​ຜູ້​ຕາ​ງ​ໜ້າ UNESCO: ການ​ລົງ​ທຶນ​ເຂົ້າ​ມະ​ນຸດ ແລະ ວັດ​ທະ​ນະ​ທຳ ແມ່ນ​ປັດ​ໄຈ​ແກ່ນ​ສານ​ນຳ​ມາ​ເຊິ່ງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

ວັນທີ 20 ມີນາ ແມ່ນວັນແຫ່ງຄວາມຜາສຸກສາກົນ. ເພື່ອຕອບສະໜອງເຫດການນີ້, ປີ 2026, ຫວຽດນາມ ໄດ້ຈັດຫຼາຍກິດຈະກຳທີ່ແທດຈິງ, ມີຄວາມໝາຍ, ດ້ວຍສານທີ່ວ່າ “ຄວາມຜາສຸກໃຫ້ແກ່ທຸກຄອບຄົວ”.
ທ່ານ Jonathan Baker, ຫົວໜ້າຄະນະຜູ້ຕາງໜ້າອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (ພາບ: TTXVN)
 ບັນດາການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງທົ່ວສັງຄົມກ່ຽວກັບບົດບາດ, ຄວາມໝາຍຂອງຄວາມຜາສຸກສ່ວນຕົວ, ຄອບຄົວ ແລະ ຊຸມຊົນ, ມຸ່ງໄປເຖິງການສ້າງສັງຄົມຍຸຕິທຳ, ປະຊາທິປະໄຕ, ວັດທະນາຖາວອນ ແລະ ຜາສຸກ.

        ຫວນຄືນບັນດາບາດກ້າວກະໂດດຂັ້ນຂອງ ຫວຽດນາມ ໃນການຍົກສູງລະດັບຄວາມຜາສຸກຂອງປະຊາຊົນ, ເນື່ອງໃນໂອກາດນີ້, ທ່ານ Jonathan Baker, ຫົວໜ້າຄະນະຜູ້ຕາງໜ້າອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ປະຈຳ ຫວຽດນາມ ຖືວ່າ: ຜົນສຳເລັດອັນແກ່ນສານຂອງ ຫວຽດນາມ ໃນການປົວແປງດັດຊະນີຄວາມຜາສຸກໃນຊຸມປີຜ່ານມາແມ່ນການລົງທຶນເຂົ້າມະນຸດຢ່າງແຮງ. ຫວຽດນາມ ໄດ້ເພີ່ມທະວີການລົງທຶນການເງິນໃຫ້ແກ່ລະບົບການສຶກສາ, ໜູນຊ່ວຍຄູອາຈານ ແລະ ນັກຮຽນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍແມ່ນໜຶ່ງໃນບັນດາປະເທດແຖວໜ້າໂລກທີ່ຖືວັດທະນະທຳເປັນສຳຄັນຄືດັ່ງສ່ວນໜຶ່ງຂອງການພັດທະນາ ແລະ ການລົງທຶນເຂົ້າວັດທະນະທຳ ແລະ ສີສັນຊາດ ໄດ້ນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນຢ່າງແທ້ຈິງ.


top